ຈຳນວນແຂກທ່ອງທ່ຽວສາກົນຄົ້ນຫາກ່ຽວກັບ ຫວຽດນາມ ຍັງຢູ່ໃນລະດັບສູງ

(VOVWORLD) -ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄົ້ນຫາຫຼາຍທີ່ສຸດແມ່ນ: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຟູກວັກ, ຍາຈາງ, ໂຮ້ຍອານ, ດ່າລາດ, ເຫ້ວ ແລະ ຟານທຽດ.

        ວັນທີ 06 ທັນວາ, ກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ, ໄລ່ລວມ 11 ເດືອນໃນປີ 2022, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກວ່າ 2,95 ລ້ານເທື່ອຄົນ. ໃນນັ້ນ, ແຂກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ ຍັງຫຼາຍທີ່ສຸດ, ກວມເອົາ 26% ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ, ຖັດຈາກນັ້ນແມ່ນນັກທ່ອງທ່ຽວມາຈາກ ອາເມລິກາ (9%).

        ຈຳນວນແຂກທ່ອງທ່ຽວສາກົນຄົ້ນຫາກ່ຽວກັບ ຫວຽດນາມ ຍັງໄດ້ຮັກສາຢູ່ໃນລະດັບສູງ. ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄົ້ນຫາຫຼາຍທີ່ສຸດແມ່ນ: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຟູກວັກ, ຍາຈາງ, ໂຮ້ຍອານ, ດ່າລາດ, ເຫ້ວ ແລະ ຟານທຽດ. ສິ່ງທີ່ໜ້າສົນໃຈແມ່ນ, ຈຳນວນແຂກທ່ອງທ່ຽວມາຈາກຕະຫຼາດ ອິນເດຍ ທີ່ຄົ້ນຫາກ່ຽວກັບ ຫວຽດນາມ ໃນເດືອນ ພະຈິກ ໄດ້ເພີ່ມຂຶ້ນຢ່າງແຮງ, ປະມານ 20% ເມື່ອທຽບໃສ່ເດືອນ ຕຸລາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ