ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ຫຼາຍກວ່າເກົ່າ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Jacinda Ardern ກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ຫຼາຍກວ່າເກົ່າ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern)

          ຕອນບ່າຍວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-17 ພະຈິກ, ຕາມຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ

          ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ Jacinda Ardern ກັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເພື່ອເພີ່ມທະວີການພົວພັນດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ໃນຫຼາຍຂົງເຂດອື່ນ ກໍຄືເລື່ອງ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືບາງສະບັບ.

          ສ່ວນທ່ານນາງນາຍົກລັດຖະມົນຕີ Jacinda Ardern ຕີລາຄາສູງບັນດາທັດສະນະທີ່ຄ້າຍຄືກັນໃນນະໂຍບາຍການຕ່າງປະເທດຂອງ 2 ປະເທດ ແມ່ນການຮັກຫອມສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ ແລະ ແຜນນະໂຍບາຍແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ.

          ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານນາງນາຍົກລັດຖະມົນຕີ Jacinda Ardern, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີວ່າ, 2 ປະເທດເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ຄື: ການຫັນປ່ຽນພະລັງງານ, ການເຕີບໂຕສີຂຽວ, ເປີດສາຍການບິນໂດຍກົງຕາມລະດູ ແລະ ການຮ່ວມມືລະຫວ່າງຍບັນດາມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ