ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາກ່ວາອີກ ວັນອັງຄານ ທີ 6 ທັນວາ ຄ.ສ. 2016 | 15:27:16 ທ່ານ John McCain ແລະ ທ່ານ ຟ້າມກວາງວີງ (ພາບ: Báo Tin Tức) (vovworld) – ຫວ່າງແລ້ວນີ້, ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ມີການພົບປະກັບທ່ານສະມາຊິກສະພາສູງ John McCain, ປະທານກຳມາທິການກຳລັງທະຫານສະພາສູງ, ທີ່ສຳນັກງານສະພາສູງ ອາເມລິກາ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ປາດຖະໜາວ່າທ່ານສະມາຊິກສະພາສູງ John McCain, ສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ, ນັບທັງ 2 ຝ່າຍ ແລະ ໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ໝັ້ນຄົງຍາວນານ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານສະມາຊິກສະພາສູງ John McCain ຢັ້ງຢືນວ່າ: ຫວຽດນາມ - ອາເມລິກາ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ເສີມຂະຫຍາຍການຮ່ວມມືໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ພະລັງງານ… ກ່ວາອີກ. ທ່ານສະມາຊິກສະພາສູງ John McCain ເຫັນດີເປັນເອກະສັນໂດຍຖືວ່າ: 2 ປະເທດເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາຢູ່ພາກພື້ນ, ໃນນັ້ນມີສັນຕິພາບ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). Tag vovworld ກຳມາທິການ ຂ່າວ/ບົດອື່ນ ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື ຫວຽດນາມ - ລາວ ນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ການພັດທະນາເສດຖະກິດສີຂຽວ ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ການສອບເສັງຊອກຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ ແລະ ສັນຍາ ເຊີແນວ 1954 ຢູ່ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ