ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືຫວຽດນາມ - ເບລາຣຸດ

ຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືຫວຽດນາມ - ເບລາຣຸດ - ảnh 1
ທ່ານ Vladimir Anatolirvich Goshin, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ເບ​ລາ​ຣຸດ  ແລະ ທ່ານ ບຸ່ຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

(vovworld) – ວັນ​ທີ 13/3/2017, ທ່ານ ບຸ່ຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Vladimir Anatolirvich Goshin, ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ເບ​ລາ​ຣຸດ ປະ​ຈຳ ຫວຽດ​ນາມ. ທ່ານຮອງ​ລັດ​ຖະ​ມົນ​ຕີ ບ​ຸ່ຍ​ແທງ​ເຊີນ ໄດ້​ສະ​ເໜີ​ໃຫ້​ສະ​ຖານ​ທູດ ເບ​ລາ​ຣຸດ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ເບ​ລາ​ຣຸດ ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ, ແທດ​ຈິງ​ບົນ​ພື້ນ​ຖານ​ບັນ​ດາ​ເອ​ກະ​ ຮ່ວມ​ມື​ທີ່ໄດ້​ລົງ​ນາມ​ຢູ່​ແລ້ວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ  ບ​ຸ່ຍ​ແທງ​ເຊີນ ຫວັງ​ວ່າ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ. ຫວຽດ​ນາມ ຊົມ​ເຊີຍ ແລະ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ການ​ຈັດ​ຕັ້ງ​ຊຸມ​ວັນ​ວັດ​ທະ​ນະ​ທຳ​ ເບ​ລາ​ຣຸດ ຢູ່ ​ຮ່າ​ໂນ້ຍ ແລະ ລາວ​ກາຍ ໃນ​ເດືອນ 5/2017 ໃຫ້ປະ​ສົບ​ຜົນ​ສຳ​ເລັດ.

        2 ຝ່າຍ​ເນັ້ນ​ໜັກ​ວ່າປີ 2017, ຫວຽດ​ນາມ ແລະ ເບ​ລາ​ຣຸດ ສະ​ເຫຼີ​ມ​ສະຫຼອງ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. 2 ຝ່າຍ​ເຫັນ​ດີ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ​ທີ່​ເປັນໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ 2 ປະ​ເທດ​ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​​ທຸກ​ຂັ້ນ, ພິ​ເສດ​ແມ່ນຂັ້ນ​ສູງ ແລະ ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ