ຊຸກຍູ້ການພົວພັນລະຫວ່າງ ສປປ.ເກົາຫຼີ - ອີຣານ

(VOVWORLD) -ສໍານັກຂ່າວສານ  Fars ຂອງອີຣານ ໃຫ້ຂ່າວວ່າ ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ “ການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນຕາເວັນອອກກາງ”

ຊຸກຍູ້ການພົວພັນລະຫວ່າງ ສປປ.ເກົາຫຼີ - ອີຣານ - ảnh 1 ທ່ານ Ri Yong Ho ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ 

(ພາບ: YONHAP/TTXVN)

ວັນທີ 7 ສິງຫາ, ທ່ານ Ri Yong Ho ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ໄດ້ໄປເຖິງ ເຕເຮຣານ, ເລີ່ມຕົ້ນການຢ້ຽມຢາມອີຣານ ເປັນເວລາ 02 ວັນ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ, ໃນສະພາບການທີ່ ອາເມລິກາ ຫາກໍຕັດສິນຈັດວາງຄໍາສັ່ງລົງໂທດ ສໍາລັບລັດອິດສະລາມ ຄືນໃໝ່.

ທ່ານ Ri Yong Ho ໄດ້ເຈລະຈາກັບ ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດອີຣານ. ສອງຝ່າຍໄດ້ດໍາເນີນການຖະແຫຼງຂ່າວ ແຕ່ບໍ່ໄດ້ອອກຖະແຫຼງການຮ່່ວມ. ສໍານັກຂ່າວສານ  Fars ຂອງອີຣານ ໃຫ້ຂ່າວວ່າ ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ “ການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນຕາເວັນອອກກາງ”, ແຕ່ກໍບໍ່ແຈ້ງໃຫ້ຮູ້ຂໍ້ມູນລະອຽດໃດໆຕື່ມອີກ. ຄາດວ່າ, ທ່ານລັດຖະມົນຕີ Ri Yong Ho ຈະມີການພົບປະກັບທ່ານປະທານາທິບໍດີອີຣານ Hasan Rouhani  ໃນວັນທີ 8 ສິງຫາ. 

ຕອບກັບ

ຂ່າວ/ບົດ​ອື່ນ