ຊຸກຍູ້ການພົວພັນຫວຽດນາມ-ອິນເດຍເລິກເຊິ່ງ,ກ້ວາງຂວາງ

ຊຸກຍູ້ການພົວພັນຫວຽດນາມ-ອິນເດຍເລິກເຊິ່ງ,ກ້ວາງຂວາງ - ảnh 1
ພາບ​ປະ​ກອບ

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ Mohammad Hamid Ansarin, ປະ​ທານ​ສະ​ພາ​ສູງ ສ. ອິນ​ເດຍ, ທ່ານ Sumitra Mahajan, ປະ​ທານ​ສະ​ພາ​ຕ່ຳ ສ. ອິນ​ເດຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໂດຍ​ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ນຳ​ໜ້າ​ຈະ​ໄປ​ຢ້ຽມ​ຢາມ ສ. ອິນ​ເດຍ ແຕ່​ວັນ​ທີ 8 – 11/12/2016. ການ​ຢ້ຽມ​ຢາມ ສ. ອິນ​ເດຍ ຢ່າ​ງ​ເປັນ​ທາງ​ການ​ ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ  ມີ​ຄວາມ​ໝາຍ​ສຳ​ຄັນ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ​ເລິກ​ເຊິ່ງ​ກ່​ວາ​ອີກ, ຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເປັນ​ລະ​ອຽດ, ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ໃນ​ສະ​ພາບ​ການ 2 ປະ​ເທດ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1972 – 2017) ແລະ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2007 – 2017). ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ ອິນ​ເດຍ ​ໃຫ້ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່​ວາ​ອີກ, ​ສ້າງ​ພື້ນ​ຖານ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພົວ​ພັນ​​ເປັນ​ປົກ​ກະ​ຕິ​ຍາວ​ນານ​ກັບ ອິນ​ເດຍ, ໃນ​ສະ​ພາບ​ການ ຫວຽດ​ນາມ ພວມ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ພາກ​ພື້ນ ແລະ ໂລກນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ.


ຂ່າວ/ບົດ​ອື່ນ