ຊຸກຍູ້ການພົວພັນອີຕາລີ-ຫວຽດນາມຂຶ້ນສູ່ລະດັບສູງໃໝ່

ຊຸກຍູ້ການພົວພັນອີຕາລີ-ຫວຽດນາມຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ປະທານາທິບໍດີ Sergio Mattarella ຕ້ອນຮັບ
ທ່ານ​ເອກ​ອັກຄະ​ລັດຖະທູດ  ກາວ​ຈິ໋ງທ້ຽນ
(ພາບ: vietnam+)

(vovworld) – ວັນ​ທີ 1/10, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ກາວ​ຈິ໋ງທ້ຽນ ​ໄດ້​ຍື່ນສານ​ມອບ​ສິດ​ຕໍ່​ທ່ານປະທານາທິບໍດີ​ສາທາລະນະ​ລັດ ອີ​ຕາ​ລີ Sergio Mattarella. ທ່ານ​ປະທານາທິບໍດີ Sergio Mattarella ​ໄດ້ຊົມ​ເຊີຍບັນດາ​ຜົນງານ​​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ການ​ຄ້າ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ ​ແລະ ​ເນັ້ນ​ໜັກວ່າ​ການ​ພົວພັນ ອີ​ຕາ​ລີ - ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ສົມຄວນ ​ໃນ​ກ່ວາ 40 ປີຜ່ານ​ມາ ນັບ​ແຕ່​ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ປະຈຸ​ບັນ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ສຸດ​ກ່ຽວ​ກັບ​ດ້ານ​ການ​ຄ້າ​ຂອງ ອີ​ຕາ​ລີ​ ໃນສະຫະ​ສະມາຄົມບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ). ທ່ານ​ປະທານາທິບໍດີ Sergio Mattarella ຢືນຢັນ​ວ່າ: “ການ​ພົວພັນ ອີ​ຕາ​ລີ - ຫວຽດນາມ ພວມ​ພັດທະນາ​ອັນ​ດີ​ງາມ​​ໃນ​ຫລາຍ​ດ້ານ. 2 ຝ່າຍ​ຕ້ອງ​ມານະ​ພະຍາຍາມ​ບໍ່​ຢຸດ​ຢັ້ງ ເພື່ອ​ສືບ​ຕໍ່​ພັດທະນາ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​”. ທ່ານ​ປະທານາທິບໍດີ Sergio Mattarella ຂອບ​ໃຈ ຫວຽດນາມ ​​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນ EXPO Milan 2015 ​ແລະ ​ໄດ້​ປະກອບສ່ວນສຳຄັນ​ເຂົ້າຜົນສຳ​ເລັດ​ຂອງ​ເຫດການ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ນີ້​.

ຂ່າວ/ບົດ​ອື່ນ