ຊຸກຍູ້ການພົວພັນຮ່ວມມື ລະຫວ່າງຫວຽດນາມ - ອິນເດຍ ຍິ່ງກວ່າອີກ

ຊຸກຍູ້ການພົວພັນຮ່ວມມື ລະຫວ່າງຫວຽດນາມ - ອິນເດຍ ຍິ່ງກວ່າອີກ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ​ຕ້ອນຮັບ​ທ່ານ​ນາງ Preeti Saran, ​
ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ອິນ​ເດຍ ປະຈຳ​ຫວຽດນາມ
(ພາບ: anninhthudo)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ນາງ Preeti Saran, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ອິນ​ເດຍ ປະຈຳ​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 21 ຕຸລາ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ​ຫວຽດນາມ ຖື​ວ່າ ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ສະຖານທູດ​ອິນ​ເດຍ ຄວນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ຝ່າຍ​ກວ່າ​ອີກ​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ; ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເພື່ອ​ປຶກສາ​ສາ​ລື​ມາດ​ຕະການ​ຮ່ວມ​ມື​ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢູ່​ແລ້ວ; ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ອາດຊະຍາ​ກຳ​ຢາ​ເສບ​ຕິດ; ​ເພື່ອ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມືອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ນາງ​ເອກອັກຄະ​ລັດຖະທູດ​ Preeti Saran ຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ອິນ​ເດຍ ​ແລະ ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ເພື່ອ​ສັນຕິພາບ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2  ປະ​ເທດ ກໍ່​ຄື​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ