ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ອົດສະຕາລີ

ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ອົດສະຕາລີ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ ທ່ານ​ນາງ Julie Bishop
(ພາບ: dangcongsan.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 18/2, ທີ່​ສຳນັກງາ​ນລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ ທ່ານ​ນາງ Julie Bishop, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ ຍາມ​ໃດ ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອົດ​ສະ​ຕາ​ລີ ​ໃຫ້​ນັບ​ມື້​ນັບ​​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ບົນ​ຈິດ​​ໃຈ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ຊຸກຍູ້​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ.​..​

    ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ກໍ່​ສະ​ເໜີ​ໃຫ້ອົດ​ສະ​ຕາ​ລີ ສືບ​ຕໍ່​ສະໜັບສະໜູນ ອາ​ຊຽນ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຂອງ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ບັນດາ​ຫຼັກ​ການ​ປະ​ພຶດ​ໃນ​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ຜັນ​ຂະຫຍາຍ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).​.​. ທ່ານ​ນາງ Julie Bishop ​ຢືນຢັນວ່າ​ການ​ສະໜັບສະໜູນ​ຂອງ ອົດ​ສະ​ຕາ​ລີ ​ໃນ​ກາ​ນຮັບປະກັນ​ຄວາມ​ສະຫງົບ, ປອດ​ໄພ​​ໃຫ້ການເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ Julie Bishop ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ.

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດ​ສະ​ຕາ​ລີ ທ່ານ​ນາງ Julie Bishop. ນະທີ​ນີ້, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ປະຕິບັດ​ສຳ​ເລັດ​ໂຄງການ​ເຄື່ອນ​ໄຫວ​ໄລ​ຍະ 2014 – 2016 ​ເພື່ອ​ແນ​ໃສ່​ສືບຕໍ່ຊຸກ​ຍູ້ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ, ການ​ລົງທຶນ.​.​.​ ສ່ວນ​ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ Julie Bishop ກໍ່ຢືນຢັນວ່າ​ລັດຖະບານ​ໃໝ່​ຂອງ ອົດ​ສະ​ຕາ​ລີ ສືບ​ຕໍ່​ຖື ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງຂອງ ອົດ​ສະ​ຕາ​ລີ​ຢູ່​ພາກ​ພື້ນ​ ອາຊີ - ປາຊີ​ຟິກ.

 

ຂ່າວ/ບົດ​ອື່ນ