ຊຸກ​ຍູ້​ການ​​ພົວ​ພັນ​ແລກ​ປ່ຽນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ​ ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) -ທີ່ການຕ້ອນຮັບ, ບັນດານັກຮົບເກົ່າສອງຝ່າຍໄດ້ປຶກສາຫາລື, ຊຸກຍູ້ຂໍ້ລິເລີ່ມເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງການນຳສອງປະເທດກ່ຽວກັບການປະໄວ້ອະດີດຕະການ, ມຸ່ງໄປສູ່ອະນາຄົດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ຊຸກ​ຍູ້​ການ​​ພົວ​ພັນ​ແລກ​ປ່ຽນລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ - ອາ​ເມ​ລິ​ກາ​ ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1ການພົບປະສັງສັນລະຫວ່າງ ສະມະຄົມ ຫວຽດນາມ - ອາເມລິກາ ແລະ ຄະນະບັນດານັກຮົບເກົ່າຫວຽດນາມ - ອາເມລິກາ ແລະ ອົງການ Peace Trees Vietnam

(ພາບ: ສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມ) 

 ເນື່ອງໃນໂອກາດ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາເປັນປົກກະຕິ ( 1995 -2020), ວັນທີ16 ກັນຍາ, ຢູ່ຮ່າໂນ້ຍ, ສະມາຄົມ ຫວຽດນາມ - ອາເມລິກາ ຂຶ້ນກັບສະຫະສະມາຄົມບັນດາອົງການມິດຕະພາບຫວຽດນາມໄດ້ສົມທົບກັບອົງການ Peace Trees Vietnam (ຕົ້ນໄມ້ແຫ່ງສັນຕິພາບ ຫວຽດນາມ - PTVN) ໄດ້ຈັດຕັ້ງການພົບປະສັງສັນລະຫວ່າງ ສະມະຄົມ ຫວຽດນາມ - ອາເມລິກາ ແລະ ຄະນະບັນດານັກຮົບເກົ່າຫວຽດນາມ - ອາເມລິກາ ແລະ ອົງການ PTVN ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນວັນຮິ່ວງ ເອກອັກຄະລັດຖະທູດ ຫວຽດນາມ, ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ, ຢັ້ງຢືນວ່າ ເລື່ອງ ຫວຽດນາມ ແລະ ອາເມລິກາສ້າງການພົວພັນເປັນປົກກະຕິ ແລະ ສ້າງການພົວພັນທາງການທູດໃນປີ 1995 ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມຈາກສອງຝ່າຍ. ນັບແຕ່ນັ້ນມາຮອດປັດຈຸບັນ, ຫວຽດນາມ ແລະ ອາເມລິກາ ໄດ້ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືໃນຫຼາຍຂົງເຂດ, ການເມືອງ, ການຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ…ສ່ວນທ່ານນາງ Claire Yunker, ຜູ້ອຳນວຍການບໍລິຫານ PTVN, ໃຫ້ຮູ້ວ່າ: PTVN ຈະສືບຕໍ່ປະຕິບັດບັນດາວຽກງານທີ່ມີຄວາມໝາຍນີ້ກັບ ຫວຽດນາມ, ຈາກນັ້ນປະກອບສ່ວນຮັດແໜ້ນການພົວພັນແລກປ່ຽນປະຊາຊົນ ລະຫວ່າງ ສອງປະເທດ ຫວຽດນາມ - ອາເມລິກາໃຫ້ ຫຼາຍກ່ວາອີກ. ຜ່ານບັນດາການເຄື່ອນໄຫວໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດຢູ່ ຫວຽດນາມ, PTVN ໄດ້ ແລະ ກຳລັງແຜ່ຂະຫຍາຍສານສັນຕິພາບ, ຄວາມຮັກແພງກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ອາເມລິກາ. ທີ່ການຕ້ອນຮັບ, ບັນດານັກຮົບເກົ່າສອງຝ່າຍໄດ້ປຶກສາຫາລື, ຊຸກຍູ້ຂໍ້ລິເລີ່ມເພື່ອແນໃສ່ປະຕິບັດແຜນນະໂຍບາຍຂອງການນຳສອງປະເທດກ່ຽວກັບການປະໄວ້ອະດີດຕະການ, ມຸ່ງໄປສູ່ອະນາຄົດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ