ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ

ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ - ảnh 1
(​ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
ກ່າວຄຳເຫັນທີ່ກອງປະຊຸມ)

(vovworld) – “ຊຸກຍູ້​ການ​ສ້າງ​ລັດຖະບານ​ເອ​ເລັກ​​ໂຕ​ນິກ” ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ຈຸດ​ສຸມ​ຂອງ​ກະຊວງຖະ​ແຫຼງຂ່າວ ​ແລະ ສື່ສານ​ໃນ​ປີ 2016 ​ທ່ານຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຍົກ​ອອກ​ສິ່ງ​ດັ່ງກ່າວທີ່ກອງ​ປະຊຸມ​ສະຫລຸບວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2016 ຂອງ​ກະຊວງ ​ເຊິ່ງຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 31/12 ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ປີ 2015, ຂະ​ແໜງ​ຖະ​ແໜງ​ຂ່າວ ​ແລະ ສື່ສານ ບັນລຸ​​ໄດ້ຜົນ​ງານ​ຫລາຍ​ຢ່າງ, ​ໃນ​ນັ້ນ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ ແມ່ນ​ເລື່ອງ​ຮັບປະກັນຄວາມ​ປອດ​ໄພ​ດ​ໃນ​ການ​ສື່ສານ; ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ ​ແລະ ອື່ນໆ…​ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ປີ 2016 ​ແລະ ຊຸມ​ໄປ​ຕໍ່​ໄປ, ຂະ​ແໜງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຄວນ​ເຕົ້າ​ໂຮມ​ກຳລັງ, ຊີ້​ນຳ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ນຳ​ນະ​ໂຍບາຍ​ເຂົ້າ​​ໃນ​ຊີວິດການ​ເປັນ​ຢູ່; ສືບ​ຕໍ່​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ການ​ບໍລິການ​ສາທາລະນະ…​ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ປາດ​ຖະໜາ​ວ່າ: ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສືບ​ຕໍ່ຍູ້​ແຮງ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ບັນດາ​ໂຮງຮຽນ​ກໍ່ສ້າງ​ກ່ຽວ​ກັບ​ດ້ານ​ເຕັກ​ໂນ​ໂລ​ຢີສື່ສານ​ຕັ້ງໜ້າ​ປ່ຽນ​ໃໝ່​ກົນ​ໄກ, ສົມທົບ​ກັບບັນດາ​ຫົວໜ່ວຍ​ໃນ​ຂະ​ແໜງ ​ເຫັນ​ດີ​ເປັນ​ເອກະ​ພາບ​ວິທີ​ການ​ກໍ່ສ້າງ​ຄືນ​ໃໝ່, ກໍ່ສ້າງລົງ​ເລິກ ​ເພື່ອ​ສະໜອງ​ແຫຼ່ງຊັບ​ພະຍາ​ກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ​ໃຫ້​ແກ່​ຂົງ​ເຂດ​ນີ້.

ຂ່າວ/ບົດ​ອື່ນ