ຊຸກຍູ້ການຮ່ວມມືກັບວິທະຍຸກະຈາຍສຽງຫວຽດນາມແມ່ນບຸລິມະສິດຍຸດທະສາດຂອງ UNESCO

(VOVWORLD) -ຕອນເຊົ້າວັນທີ 9 ມັງກອນ, ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ໄດ້ຕ້ອນຮັບທ່ານ Michael Croft ຫົວຫນ້າອົງການ UNESCO ປະຈຳຫວຽດນາມ ມາຢ້ຽມຢາມ ແລະເຮັດວຽກ.

ຊຸກຍູ້ການຮ່ວມມືກັບວິທະຍຸກະຈາຍສຽງຫວຽດນາມແມ່ນບຸລິມະສິດຍຸດທະສາດຂອງ UNESCO - ảnh 1ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ຕ້ອນຮັບທ່ານ Michael Croft ຫົວຫນ້າອົງການ UNESCO ປະຈຳຫວຽດນາມ  

ທີ່ການຕ້ອນຮັບ, ທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ VOV ຕີລາຄາສູງບັນດາການເຄື່ອນໄຫວຂອງ UNESCO ເວົ້າລວມ ແລະ ຫ້ອງການ UNESCO ປະຈຳ ຮ່າໂນ້ຍເວົ້າສະເພາະ ໃນບັນດາຂົງເຂດການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.

ໃນຫລາຍປີຜ່ານມາ VOV ໄດ້ສົມທົບຢ່າງແຫນ້ນແຟ້ນກັບ ຫ້ອງການ UNESCO ປະຈຳຮ່າໂນ້ຍ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືຫລາຍຢ່າງທີ່ມີປະສິດທິຜົນ ແລະ ແທດຈິງ.

ປີ 2020 VOV ປາດຖະຫນາຢາກສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍກັບ ຫ້ອງການ UNESCO ປະຈຳຮ່າໂນ້ຍພິເສດແມ່ນ ຮ່ວມຈັດຕັ້ງ        “ວັນກະຈາຍສຽງໂລກປີ 2020" ໂດຍ UNESCO ປຸກລະດົມ. ທ່ານ ຫງວຽນເທກີ໋ ເນັ້ນຫນັກວ່າ:

“ພວກຂ້າພະເຈົ້າ ຖືບົດບາດຂອງ UNESCO ເປັນສຳຄັນ ແລະ ຂີດໝາຍ UNESCO ຢູ່ ຫວຽດນາມ ແມ່ນເລິກເຊິ່ງ.  ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງເລື່ອງໂຄສະນາບັນດາມໍລະດົກວັດທະນະທຳ ໂດຍ UNESCO ໄດ້ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະເປັນວັດຖຸ ຂອງມວນມະນຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ