ຊຸກຍູ້ການຮ່ວມມືການສຶກສາລະຫວ່າງຫວຽດນາມ-ລາຊະອານາຈັກ ອັງກິດ

(VOVWORLD) -ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານສຶກສາ ລະຫວ່າງ ລັດຖະບານ ແຫ່ງ ສສ.ຫວຽດນາມ ແລະ ລັດຖະບານ ແຫ່ງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

ຊຸກຍູ້ການຮ່ວມມືການສຶກສາລະຫວ່າງຫວຽດນາມ-ລາຊະອານາຈັກ ອັງກິດ - ảnh 1

ທ່ານ ຝຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ແລະ ຄະນະປະຕິບັດງານອັງກິດ

(ພາບ: vietnamnet.vn)

ຕອນບ່າຍວັນທີ 3 ຕຸລາ, ທີ່ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ, ທ່ານ ຝຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ໄດ້ຕ້ອນຮັບທ່ານ Ed Vaizey, ທູດພິເສດດ້ານການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດ ພ້ອມດ້ວຍຄະນະປະຕິບັດງານ ທີ່ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. ນະທີ່ນີ້, ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານສຶກສາ ລະຫວ່າງ ລັດຖະບານ ແຫ່ງ ສສ.ຫວຽດນາມ ແລະ ລັດຖະບານ ແຫ່ງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ.

        ຕາມບົດບັນທຶກຊ່ວຍຈຳການຮ່ວມມື ສະບັບນີ້, ລັດຖະບານ ອັງກິດ ແລະ ລັດຖະບານ ຫວຽດນາມ ຈະຍູ້ແຮງການຮ່ວມມືດ້ານການສຶກສາ ໃນບັນດາຂົງເຂດຄື: ການສຶກສາຂັ້ນມະຫາວິທະຍາໄລ, ບຳລຸງສ້າງ ດ້ານພາສາອັງກິດ, ເຕັກໂນໂລຊີການສຶກສາໃນໂຮງຮຽນ, ໂຮງຮຽນນານາຊາດ ແລະ ການສຶກສາຊັ້ນອະນຸບານ.

        ລະອຽດແມ່ນ, ລັດຖະບານ ອັງກິດ ຈະໜູນຊ່ວຍບັນດາຮາກຖານການສຶກສາ ມະຫາວິທະຍາໄລ ອັງກິດ ເປີດກ້ວາງການຮ່ວມມື ກັບ ບັນດາຄູ່ຮ່ວມມື ຫວຽດນາມ ເພື່ອປະຕິບັດບັນດາລາຍການຮ່ວມສຳພັນການສຶກສາຂັ້ນມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ ບົນພື້ນຖານຫຼັກການວິຊາການສຶກສາ ເຊິ່ງສອງຝ່າຍໄດ້ຮ່ວມກັນກຳນົດ. ບັນດາຂໍ້ລິເລີ່ມທີ່ ຝ່າຍອັງກິດ ສາມາດໃຫ້ການຮ່ວມມືກ່ຽວກັບການບຳລຸງສ້າງພາສາອັງກິດ ປະກອບມີ: ການຍົກລະດັບພາສາອັງກິດຂອງຄູ, ອາຈານສອນພາສາອັງກິດຊາວຫວຽດນາມ, ໜູນຊ່ວຍດ້ານການສິດສອນພາສາອັງກິດ ເພື່ອແນໃສ່ໃຫ້ຜູ້ຮ່ຳຮຽນບັນລຸໝາກຜົນດີທີ່ສຸດ, ກໍ່ຄືການຮ່ວມມືພັດທະນາດ້ານພາສາອັງກິດ; ສົມທົບກັນຢ່າງແໜ້ນແຟ້ນໃນການໜູນຊ່ວຍ ລັດຖະບານຫວຽດນາມ  ເພື່ອສ້າງບັນດານະໂຍບາຍເຕັກໂນໂລຊີການສຶກສາ; ນຳໃຊ້ເຕັກໂນໂລຊີເຂົ້າໃນການແກ້ໄຂຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຮຽນ-ການສອນ ຢູ່ໃນບັນດາໂຮງຮຽນມັດທະຍົມສຶກສາ ຫວຽດນາມ.

        ລັດຖະບານອັງກິດ ຈະເຮັດວຽກກັບ ບັນດາໂຮງຮຽນເອກະຊົນ ແລະ ນັກລົງທຶນ ລາຊະອານາຈັກອັງກິດ ຮ່ວມມືກັບບັນດາຄູ່ຮ່ວມມືຂອງຫວຽດນາມ ໃນການສ້າງຕັ້ງໂຮງຮຽນມັດທະຍົມທີ່ສອນຫຼັກສູດຂອງ ອັງກິດ ຢູ່ ຫວຽດນາມ ໂດຍອີງຕາມຂໍ້ກຳນົດກົດໝາຍຂອງ ຫວຽດນາມ. ພ້ອມດຽວກັນນັ້ນ, ກໍ່ໄດ້ສົມທົບກັບບັນດາຜູ້ສະໜອງການສຶກສາຊັ້ນອະນຸບານ ອັງກິດ ແບ່ງປັນບົດຮຽນດ້ານນະໂຍບາຍການສຶກສາຊັ້ນອະນຸບານ, ຫຼັກສູດການສິດສອນຄູ ອະນຸບານ.

ຕອບກັບ

ຂ່າວ/ບົດ​ອື່ນ