ຊຸກຍູ້ການຮ່ວມມືດ້ານ ເສດຖະກິດຫວຽດນາມ- ຍີ່ປຸ່ນ

ຊຸກຍູ້ການຮ່ວມມືດ້ານ ເສດຖະກິດຫວຽດນາມ- ຍີ່ປຸ່ນ - ảnh 1

​(ພາບ:xaluan.com)

(vovworld)- ຕອນ​​​ບ່າຍ​ວັນ​ທີ 18/7, ຢູ່ໂຕກຽວ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ສົມທົບກັບສະພາ ຊຸກຍູ້ການທູດ ປຊຊ ຍີ່ປຸ່ນ ຈັດຕັ້ງເວທີປາໄສໂອ້ລົມສົນທະນາ ເສດຖະກິດຫວຽດນາມ-​ຍີ່ປຸ່ນ ​ຄັ້ງທີ 7. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບເຂດ​ລາຍການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້​າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​ດ່ວານ​ຊວນ​ຮຶງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຍີ່ປຸ່ນ ຖື​ວ່າ: ຜ່ານ​ບັນດາ​ບ້ວງ​ເງິນ​ອຸປະຖຳ​ພັດທະນາ ​ແລະ ການ​ລົງທຶນ​ໂດຍ​ກົງ, ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ຫວຽດນາມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມ​າດບົ່ມ​ຊ້ອນ ​ແລະ ອາລົມ​ຈິດ​ຄວາມ​ຮັກ​ແພງ​ຊື່​ງສອງ​ປະ​ເທດ​ທີ່ໄດ້​ສະຫງວນ​ໃຫ້​ແກ່​ກັນ​ເທື່ອ, ສະນັ້ນ, ບັນດາ​ວິ​ສາ​ຫະກິດຍີ່ປຸ່ນ ຄວນ​ສືບ​ຕໍ່​ລົງທຶນ​ເຂົ້າຫວຽດນາມ. ສ່ວນ​ທ່ານ ດຣ Etsuro Honda ທີ່​ປຶ​ກສາ​ຫ້ອງ​ວ່າ​ການ​ລັດຖະບານ​ຍີ່ປຸ່ນ ຖື​ວ່າ: ຍາມ​ໃດ ​ຫວຽດນາມ ກໍ່​ແມ່ນ​ສະຖານ​ທີ່​ລົງທຶນ​ທີ່​ດຶງດູດ​ໃຈບັນດາ​ນັກທຸລະກິດ​ຍີ່ປຸ່ນ.

 

 

ຂ່າວ/ບົດ​ອື່ນ