ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ມຽນມາ

ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ມຽນມາ - ảnh 1
ທ່ານ​ພົນ​ເອກ ໂງ​ຊວນ​ລິກ ຕ້ອນ​ຮັບຈອມ​ພົນ Min Aung Hlaing
(ພາບ: TTXVN)


(vovworld) - ​​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ຄະ​ນະ​ຜ​ູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ມຽນ​ມາ ໂດຍຈອມ​ພົນ Min Aung Hlaing, ຜູ້​ບັນ​ຊາການໃຫຍ່ການ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ມຽນ​ມາ ​ເປັນ​ຫົວ​ໜ້າ​ຄະ​ນະ​​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ໃນ​ລະ​ຫວ່າງວັນ​ທີ 05 – 08/03.

        ຕອນ​ບ່າຍ​ວັນ​ມ​ທີ 06/03, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກ​ວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ ຈອມ​ພົນ Min Aung Hlaing. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ​ຍາມ​ໃດ ມຽນ​ມາ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ, ໄດ້​ຮັບ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂ​ອງ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ກອງ​ທັບ 2 ປະ​ເທດ​ຕັ້ງ​ໜ້າ​ຊີ້​ນຳ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ 2 ຝ່າຍ​ຄົ້ນ​ຄວ້າ ຍົກ​ອອກ​ບັນ​ດາ​ຮູບ​ແບບ ແລະ ມາດ​ຕະ​ການ​ເປັນ​ໄປ​ໄດ້ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ດ້ານປ້ອງ​ກັນ​ຊາດ​ທີ່​ໄດ້​ຕົກ​ລົງ​​ກັນແລ້ວ​ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ລັດ, ລັດ​ຖະ​ບານ​ຫວຽດ​ນາມ ສະ​ໜັບ​ສະ​ໜູນ ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກອງ​ທັບ 2 ປະ​ເທດ​ຮ່ວມ​ມື​ນັບ​ມື​ນັບ​ດີກວ່າ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ອຸ​ດົມ​ສົມ​ບຸນ ແລະ ເລິກ​ເຊິ່ງ​ຍິ່ງໆ​ຂຶ້ນ.

    ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ, ​ພົນ​ເອກ ໂງ​ຊວນ​ລິກ ໄດ້​ມີ​ການ​ເຈ​ລະ​ຈາ​ກັບຈອມ​ພົນ Min Aung Hlaing. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ຢືນ​ຢັນ​ການ​ຮ່ວມ​ມື​ດ້ານ​ປ​້ອງ​ກັນ​ຊາດ​ໃນ​ຊຸມ​ປີ​ຜ່ານ​ມາ, ອັນໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທ​້​ຈິງ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ປີ 2017 ແລະ ໃນ​ຊຸມ​ປີ​ຕໍ່ໆໄປ, 2 ຝ່າຍ​ເປັນ​​ເອ​ກະ​ພາບ​ນຳ​ກັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຢ່າງ​ຮອບ​ດ້ານ, ນຳ​ການ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ຕັ້ງ​ໜ້າ​ທາບ​ທາມ​ຄວາມ​ເຫັນ, ສະ​ໜັ​ບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ບັນ​ດ​າ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ປະ​ກອບ​ສ່ວ​ນນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ ເພ​ື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ການຮ່ວມ​ມື, ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ