(vovworld) – ເວທີປາໄສຮ່ວມມືເສດຖະກິດລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືພາກພື້ນຕາເວັນອອກກາງ - ອາຟລິກາເໜືອ ຈະດຳເນີນໄປໃນວັນທີ 04 – 05 ພະຈິກ ຈະມາເຖິງ ຢູ່ຮ່າໂນ້ຍ. ນີ້ແມ່ນຂໍ້ລິເລີ່ມຂອງຫວຽດນາມ ເພື່ອແນໃສ່ສ້າງບາດກ້າວໃໝ່ໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນຕາເວັນອອກກາງ - ອາຟລິກາເໜືອ, ພິເສດແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ.
ເມື່ອຕອບສຳພາດຕໍ່ນັກຂ່າວ ໃນວັນທີ 30 ຕຸລາ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນເຟືອງງາ ເນັ້ນໜັກວ່າ.
“ໃນສະພາບທີ່ການເຊື່ອມໂຍງ ແລະ ຮ່ວມສຳພັນກັບສາກົນພວມດຳເນີນໄປຢ່າງແຮງ ທັງຢູ່ອາຊີຕາເວັນອອກ ແລະ ຕາເວັນອອກກາງ - ອາຟລິກາເໜືອ, ດ້ວຍບັນດາຄວາມສາມາດບົມຊ້ອນ ແລະ ທ່າແຮງສາມາດເພີ່ມເຕີ່ມໃຫ້ກັນ , ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດຕາເວັນອອກກາງ - ອາຟລິກາເໜືອ ພວມມີກາລະໂອກາດຫຼາຍຢ່າງເພື່ອພັດທະນາກວ່າອີກ. ບົນພື້ນຖານນັ້ນ, ເລື່ອງຈັດຕັ້ງເວທີປາໄສຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກວາງນະໂຍບາຍ, ກໍ່ຄືບັນດາວິສາຫະກິດສາມາດພົບປະໂດຍກົງເພື່ອແລກປ່ຽນດ້ານຂໍ້ມູນ, ຊອກຫາກາລະໂອກາດຮ່ວມມື ແລະ ສະເໜີບັນດາມາດຕະການລະອຽດ ແນໃສ່ເພີ່ມທະວີການຮ່ວມມື, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນໃຫ້ພັດທະນາເໝາະສົມກັບການພົວພັນດ້ານການເມືອງອັນດີງາມ”.
ຄາດວ່າ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຈະຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ພິທີໄຂເວທີປາໄສຄັ້ງນີ້.