ຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ກູບາ

 ຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອ     ລະຫວ່າງຫວຽດນາມ ແລະ ກູບາ - ảnh 1
 ່ທ່ານເລຂາທິການໃຫຍ່ Nguyen Phu Trong
ຢູ່ສະຫນາມບິນສາກົນ Jose Marti
ພາບ: Internet

 (vovworld)- ຕອນ​ຄ່ຳ​ວັນ​ທີ 8/4 ຕາມ​ເວລາ​ຂອງ​ກູ​ບາ ກົງກັບ​ຕອນ​ເຊົ້າ​ວັນ​ທີ 9/4 ຕາມ​ເວລາ ຫວຽດນາມ, ທ່ານ Nguyen Phu Trong ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ​ໄດ້​​ເດີນທາງໄປ​​ເຖິງ​ນະຄອນຫລວງ ລາ​ຮາ​ວານ ​ເລີ່​ມຕົ້ນ​ການຢ້ຽມຢາມສັນຖະວະ​ໄມຕີ ກູ​ບາ​ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພົນ​ເອກ Raul Castro Ruz ​ເລຂາ​ທີ​ຫນຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ, ປະທານ​ສະພາ​ແຫ່ງ​ລັດ, ປະທານ​ສະພາ​ລັດຖະມົນຕີ ກູ​ບາ. ທີ່​ສະຫນາມ​ບິນ​ສາກົນ Jose Marti, ທ່ານ ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​​ພົບ​ປະ​ກັບ​ນັກ​ຂ່າວ​ສອງ​ປະ​ເທດ ກູ​ບາ ​ແລະ ຫວຽດນາມ. ທ່ານ Nguyen Phu Trong ຊີ້​ແຈງ​ວ່າ:

​“ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ກູ​ບາ ​ແມ່ນ​ການ​ພົວພັນ​ສະຫນິດ​ຕິດ​ພັນ ບໍລິສຸດ​ຜຸດຜ່ອງ ​ໂດຍ​ຜ່າ​ນ​ວິວັດ​ການ​ຕໍ່ສູ້​ປະຕິວັດ​ຍາວ​ນານ ​ແລະ ຫຍຸ້ງຍາກລຳບາກລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ. ​ສາຍ​ພົວພັນ​ນີ້​ໄດ້ຮັບ​ການ​ທົດ​ສອບ ຫລໍ່​ຫລອມ​ຜ່ານ​ການ​ເວລາ​ໃນ​ກວ່າ​ເຄິ່ງສັດຕະວັດ​ຜ່ານ​ມາ ​ແລະ ມາ​ຮອດ​ປະຈຸ​ບັນ​ພວມ​ພັດທະນາ​ຢ່າງ​ຈົບງາມ ກາຍ​ເປັນ​ສັນຍາ​ລັກ​ຂອງ​ຍຸກ​ສະ​ໄຫມ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຂ້າພະ​ເຈົ້າ​ຈະ​ນຳ​ມາ​ຊຶ່ງອາລົມ​ຈິດ, ຄວາມ​ສາ​ມັກ​ຄີ, ມິດຕະພາບຂອງ​ປະຊາຊົນ ຫວຽດນາມ ທີ່​ມີ​ຕໍ່​ປະຊາຊົນ ກູ​ບາ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກ​ຄີ, ການ​ສະຫນັບສະຫນູນ​ຢ່າງ​ແຂງ​ແຮງ​ທີ່​ມີ​ຕໍ່​ພາລະກິດ​​ເປັນ​ທຳ​ຂອງ​ປະຊາຊົນ ກູ​ບາ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ກູ​ບາ ​ໃນ​ພາລະກິດ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ສິດ​ເອກະລາດ​ຊົນ​ຊາດ, ຮັກສາ​ໝາກຜົນແຫ່ງ​ການ​ປະຕິວັດຢ່າງ​ໝັ້ນຄົງ ​ແລະ ສ້າງສາ​ພັດທະນາ​ປະ​ເທດ ກູ​ບາ ຕາມ​ເສັ້ນທາງ​ສັງຄົມ​ນິຍົມ.”

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໃຫ້​ຮູ້​ວ່າ:​​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້ ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ກວ່າ​ອີກ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ໃຫມ່. ​ແລະ ກໍ​ໃນ​ວັນ​ທີ 9/4, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໄປ​ວາງ​ພວງມາລາ​ຢູ່ ອະນຸສາ​ວາລີ ​ປະທານ ​ໂຮ່ຈີ​ມີນ ຢູ່ ສວນສາທາລະນະ ​ໂຮ່ຈີ​ມີນ, ວາງ​ພວງມາລາ​ຢູ່ ອະນຸສາ​ວາລີ Jose Marti, ຢ້ຽມຢາມ ​ແລະ ​ໂອ້​ລົມ​ຢູ່​ໂຮງຮຽນ​ພັກ​ຂັ້ນ​ສູງ Niko Lopez.

 

 

 

 

 ຊຸກຍູ້ການຮ່ວມມືທີ່ເປັນມູນເຊື້ອ     ລະຫວ່າງຫວຽດນາມ ແລະ ກູບາ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ