ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີ໋ມີນ ແລະ ສະຫະພາບເອີລົບ

(VOVWORLD) -ໃນຕອນບ່າຍວັນທີ 11 ມັງກອນ, ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີນ ມີການເຮັດວຽກກັບ ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາປະເທດສະຫະພາບ ເອີລົບ (EU) ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ Bruno Angelet, ຫົວໜ້າຄະນະສະຫະພາບເອດີລົບ ປະຈຳ ຫວຽດນາມ ນຳໜ້າ, ມາຊອກຮູ້ກາລະໂອກາດຮ່ວມມືໃນໄລຍະຈະມາເຖິງ.

ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີ໋ມີນ ແລະ ສະຫະພາບເອີລົບ - ảnh 1 ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ໂຮ່ຈີ໋ມີນ ແລະ ສະຫະພາບເອີລົບ

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີ໋ມີນ ຫງວຽນທ້ຽນເຍີນ ປາດຖະໜາວ່າ EU ໜູນຊ່ວຍນະຄອນ ໂຮ່ຈີ໋ມີນ ຜັນຂະຫຍາຍ, ການໜູນໃຊ້ບັນດາຜົນງານຂອງເຕັກໂນໂລຢີ 4.0 ສຳເລັດຜົນ, ພັດທະນາການຫັນເປັນອັດຕະໂນມັດເພື່ອນຳໃຊ້ເຂົ້າໃນບັນດາຂົງເຂດເສດຖະກິດ. ນອກຈາກນັ້ນ, ນະຄອນກໍ່ປາດຖະໜາຢາກຮ່ວມມືໃນບັນດາບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳຖ້ວມ, ການສຶກສາ - ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງສູນການເງິນ….

        ທ່ານ ເອກອັກຄະລັດຖະທູດ Bruno Angelet ໃຫ້ຮູ້ວ່າໃນປັດຈຸບັນ, ບັນດາເງື່ອນໄຂກ່ຽວກັບການເງິນ, ອັດຕາດອກເບ້ຍທະນາຄານສູນກາງ ເອີລົບຕ່ຳທີ່ສຸດ, ສິ່ງດັ່ງກ່າວຈະສົ່ງເສີມການລົງທຶນ. ນີ້ແມ່ນໄລຍະເພື່ອໃຫ້ ຫວຽດນາມກຳໄດ້ກາລະໂອກາດຈາກສະຫະພາບ ເອີລົບເພື່ອແນໃສ່ຮ່ວມມືພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ