ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການໜັງສືພິມພັກຂອງນະຄອນໂຮ່ຈິມິນ ແລະ ກຸຍບາ

ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການໜັງສືພິມພັກຂອງນະຄອນໂຮ່ຈິມິນ ແລະ ກຸຍບາ - ảnh 1
ໜັງສືພິມ Granma
(ພາບ: vietnamplus.vn)


(vovworld) –  ຕອນ​ຄໍ່າ​ວັນ​ທີ 10/07, ທ່ານ​ນາງ​ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ທິທູ​ຮ່າ ​ໄດ​້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໜັງສືພິມ Granma, ​ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ​ກຸຍ​ບາ, ​ໂດຍ​ທ່ານ​ບັນນາທິການ​ໃຫຍ່ Pelayo Terry Cuervo ນຳ​ໜ້າ, ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ ຫງວຽນ​ທິທູ​ຮ່າ  ຢືນຢັນ​ວ່າ: ການ​ພົວພັນ​ລ​ະຫວ່າງ​ຫວຽດນາມ - ກຸຍ​ບາ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ຫຼາຍ​ຂົ​ງ​ເຂດ​ຄື ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ… ທ່ານ​ນາງ ຫງວຽນ​ທິທູ​ຮ່າ  ສະ​ແດງ​ຄວາມ​ຫວັງ​ວ່າ ໜັງສືພິມ Granma ​ເຊື່ອມ​ຕໍ່, ​ແລກປ່ຽນ​ຂໍ້​ມູນ, ວິຊາ​ການ​ກັບ​ໜັງສືພິມ ​ໄຊ​ງ່ອນ​ຢາຍ​ຟ໋ອງ (ບົດ​ປ່ອຍ​ໄຊ່ງ່ອນ; ​ກະບອກ​ສຽງ​ຂອງອົງຄະ​ນະ​ພັກ​ນະຄອນ​ໂຮ່ຈິ​ມິນ) ກໍ່​ຄື​ກັບ​ໜັງສືພິມ ປະຊາຊົນ (​ກະບອກ​ສຽງຂອງສູນ​ກາງພັກກອມ​ມູນິດ​ຫວຽດນາມ) ​ເພື່ອ​ປະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກຸຍ​ບາ ​ແລະ ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ກຸຍ​ບາ ກວ່າ​ອີກ. ທ່ານ Pelayo Terry Cuervo ສະ​ແດງ​ຄວາມ​​ເບີກບານມ່ວນ​ຊື່ນຕໍ​່​ການ​ພົວພັນ​ແບບພິ​ເສດ​ລະຫວ່າງ​ຫວຽດນາມ - ກຸຍ​ບາ ທີ່​ນັບ​ມື້​ນັບ​ພັດທະນາ, ປັບປຸງ ​ແລະ ຢືນຢັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ ​ເຖິງ​ວ່າ​ຈະ​ຫ່າງ​ໄກທາງ​ດ້ານ​ພູມ​ສາດ​ກໍ່ຕາມ ​ແຕ່​ບໍ່​ສາມາດ​ສະກັດ​ກັ້ນ​ການ​ພັດທະນາ​ໃນ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໄດ້.

ຂ່າວ/ບົດ​ອື່ນ