ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ ແລະ Tanzania

ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ ແລະ Tanzania - ảnh 1
(ທ່ານປະ​ທາ​ນາ​ທິບໍດີ Tanzania, Jakaya Mrisho Kikwete)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຂອງ​ປະ​ທາ​ນາ​ທິບໍດີ Tanzania ​ເຖິງ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 28/9 ຢູ່​ຮາ​ໂນ້ຍ, ຫ້ອງການ ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ຫວຽດນາມ​ ໄດ້​ສົມທົບ​ກັບ​ສູນ​ລົງທຶນ Tanzania ຈັດ​ຕັ້ງ​ການ​ປຶກສາ​ຫາລື​ໂຕະມົນ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ 2 ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ປຶກສາ​ຫາລື, ທ່ານປະ​ທາ​ນາ​ທິບໍດີ Tanzania Jakaya Mrisho Kikwete ຢືນຢັນ​ວ່າ ຄະນະ​ຜູ້​ແທນ Tanzania ມາ​ຢ້ຽມຢາມ​ຫວຽດນາມ​ ​​ເພື່ອ​ແນ​ໃສ່ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ກັບ​ຫວຽດນາມ, ຊຸກຍູ້​ແລກປ່ຽນ​ການ​ຄ້າ, ການ​ລົງທຶນ​ລະ​ຫວ່າງ 2​ ປະ​ເທດ. ທ່ານປະ​ທາ​ນາ​ທິບໍດີ Tanzania Jakaya Mrisho Kikwete ​ເນັ້ນ​ໜັກ​ວ່າ Tanzania ​ແມ່ນ​ສະມາຊິກ​ຂອງ​ສະມາຄົມ​ເສດຖະກິດ​​ອາ​ຟະ​ລິ​ກາ ລວມມີ 14 ປະ​ເທດ​ສະມາຊິກ, ນີ້​ຈະ​ແມ່ນ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ສຳ​ພັດກັບ​ຕະຫຼາດ​ດ້ວຍ​ພົນລະ​ເມືອງ​ປະມານ 400 ລ້ານ​ຄົນ, ພ້ອມ​ນັ້ນ Tanzania ຍັງ​ແມ່ນ​ປະຕູ ​ເພື່ອ​ສຳ​ພັດ​ກັບ​ປະຊາ​ຄົມ​ສະຫະ​ພາບ​ເອີ​ລົບ.

   ສ່ວນ​ທ່ານ​ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຮ່ວາງ​ວັນ​ຢຸງ ​​ໃຫ້​ຮູ້​ວ່າ, ຫວຽດນາມ ​ແລະ Tanzania ມີ​ຫຼາຍ​ຂົງ​ເຂດ​ທີ່ສາມາດ​ຮ່ວມ​ມືນຳ​ກັນ, ​ໂດ​ຍ ສະ​ເພາະ​ແມ່ນ​ຂົງ​ເຂດ​ກະສິກຳ​ຄື: ຜະລິດ​ເຂົ້າສານ, ກາ​ເຟ, ສິນ​ໃນ​ນ້ຳ, ຝ້າຍ… ການ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ເປີດ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ດີກ​ວ່າ ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ