ຊຸກຍູ້ການຮ່ວມມື,ໜູນຊ່ວຍແລະລົງທຶນຂອງລາຊະອານາຈັກອັງກິດເຂົ້ານະຄອນໂຮ່ຈີມິນ

ຊຸກຍູ້ການຮ່ວມມື,ໜູນຊ່ວຍແລະລົງທຶນຂອງລາຊະອານາຈັກອັງກິດເຂົ້ານະຄອນໂຮ່ຈີມິນ - ảnh 1
ທ່ານ ​ເລ​ຮ່ວາງ​ກວນ ປະທານ​​ນະຄອນ ​ໂຮ່ຈີ​ມິນ ​ຕ້ອນຮັບ
ອົງ​ມົງກຸດ​ລາຊະ​ກຸມມານ​ແຄ້ວ​ນ York - ​ເຈົ້າ​ຟ້າຊາຍ​ Andrew ​
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 16/11, ທ່ານ ​ເລ​ຮ່ວາງ​ກວນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໃຫ້ການ​ຕ້ອນຮັບ ອົງ​ມົງກຸດ​ລາຊະ​ກຸມມານ​ແຄ້ວ​ນ York - ​ເຈົ້າ​ຟ້າຊາຍ​ Andrew ​ແຫ່ງ ລາຊະ​ອານາຈັກ ອັງກິດ ​ແລະ ອຽກລັງ​ເໜືອ ທີ່ພວມ​ມີ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ ​ເລ​ຮ່ວາງ​ກວນ ປາດ​ຖະໜາ​ວ່າ: ດ້ວຍ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ, ​ເຈົ້າຟ້າ​ຊາຍ​ Andrew ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ​ແນະນຢ່າງກ້ວາງ​ຂວາງ​ກ່ຽວ​ກັບ​ນະຄອນ ​ໂຮ່ຈີ​ມິນ ​ເຖິງ​ປະຊາຊົນ ​ແລະ ບັນດາ​ວິ​ສາ​ຫະກິດ ອັງກິດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ອັນ​ຍາວ​ນານ ກໍຄື​ທ່ອງ​ທ່ຽວ​ຄົ້ນ​ຫາ​ກ່ຽວ​ກັບປະ​ເທດຊາດ ​ແລະ ຊາວ ຫວຽດນາມ. ​ເຈົ້າ​ຟ້າຊາຍ​ Andrew ​ໃຫ້​ຮູ້​ວ່າ: ດ້ວຍບັນດາ​ບົດຮຽນ​ ​ແລະ ທ່າ​ແຮງ​ຂອງ​ຕົນ, ອັງກິດ ພ້ອມ​ແລ້ວ​ທີ່ຈະໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນກັບ ຫວຽດນາມ ຢູ່​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນບັນດາການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ລຸຸ່ນໜຸ່ມ. ​ເຈົ້າ​ຟ້າຊາຍ​ Andrew ​ໃຫ້​ຮູ້​ວ່າ: ພາຍຫລັງ​ການ​ຢ້ຽ​ມຢາມ​ຄັ້ງນີ້, ອັງກິດ ຈະ​ສົ່ງ​ເສີມ​ບັນດາ​ໂຄງການ​ຢ່າງ​ລະອຽດ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ກໍ​ຄື​ນະຄອນ ​ໂຮ່ຈີ​ມິນ ​ໃນ ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດທີ່ ອັງກິດ ມີ​ທ່າ​ແຮງ​ ຄື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ​​ເຕັກນິກ, ອຸດສາຫະກຳສຳຮອງ.

ຂ່າວ/ບົດ​ອື່ນ