ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາ ກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ ແຫ່ງຊາດ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ພັດທະນາແບບຍືນຍົງ ຫວຽດນາມ (VCSF 2020) ດ້ວຍຫົວຂໍ້ວ່າ: “ພັດທະນາແບບຍືນຍົງໃນທົດສະວັດໃໝ່: ຫັນສິ່ງທ້າທາຍເປັນໂອກາດ”.
ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽູດຶນາມ ຫວູດຶກດາມກ່າວຄຳເຫັນທີ່ເວທີປາໄສ (ພາບ: VGP)

ເວທີປາໄສໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ ໄດ້ດຶງດູດເອົາການເຂົ້າຮ່ວມໂດຍກົງ ຂອງຜູ້ແທນ ກ່ວາ 300ຄົນ ທັງຢູ່ພາຍແລະຕ່າງປະເທດ ແລະ ຜູ້ແທນເກືອບ 500 ຄົນຕິດຕາມທາງອອນລາຍ.

ເຂົ້າຮ່ວມເວທີປາໄສ, ບັນດາຜູ້ແທນ ໄດ້ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງແຜນການຜັນຂະຫຍາຍການພັດທະນາແບບຍືນຍົງ, ສ້າງລະບອບລະບຽບການຕາມກົດໝາຍກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມໃຫ້ສົມບູນແບບ, ຫຼຸດຜ່ອນສິ່ງເສດເຫຼືອປຼາດຕິກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອເພີ່ມທະວີກຳລັງຄວາມສາມາດໃນການຮັບມື ແລະ ຟື້ນຟູແຫ່ງຊາດ…

ກ່າວຄຳເຫັນຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ສະເໜີໃຫ້ VCCI, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນ, ຮັບເອົາບັນດາຄຳຄິດເຫັນເພື່ອແກ້ໄຂບັນດາຂໍ້ຕິດຂັດ, ມີການປ່ຽນແປງກອບນະໂຍບາຍຢ່າງບໍ່ຢຸດຢັ້ງເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດມີຄວາມສະດວກກ່ວາອີກ. ການເພີ່ມທະວີການຮ່ວມມື ເພື່ອພັດທະນາແບບຍືນຍົງ ຂອງແຕ່ລະວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ການສົມທົບກັນຢ່າງຄົບຊຸດລະຫວ່າງບັນດາອົງການລັດ, ອົງການລັດ ກັບວິສາຫະກິດ, ການຈັດຕັ້ງ, ລະຫວ່າງບັນດາກຸ່ມໃນ ແຕ່ລະວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ