ຊຸກຍູ້ສິດທິມະນຸດໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -ຫວຽດນາມ ໄດ້ມານະພະຍາຍາມ ແລະ ປະຕິບັດຕາມບັນດາຂໍ້ສະເໜີແນະທີ່ໄດ້ເຫັນດີ 82,6% ດ້ວຍໝາກຜົນພົ້ນເດັ່ນຫຼາຍຢ່າງ.
ຊຸກຍູ້ສິດທິມະນຸດໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: VGP)

        ກອງປະຊຸມອັບເດດສະພາບການປະຕິບັດຕາມຂໍ້ສະເໜີແນະກ່ຽວກັບສິດທິມະນຸດໃນຂົງເຂດແຮງງານ - ສັງຄົມ ຕາມກົນໄກກວດກາປະຈຳໄລຍະກ່ຽວກັບ ສິດທິມະນຸດ (UPR) ໄລຍະ 3 ຂອງສະພາສິດທິມະນຸດສະຫະປະຊາຊາດ, ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຈັດຂຶ້ນໃນວັນທີ 08 ທັນວາ, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ, ແບ່ງປັນວ່າ ໃນສະພາບໂລກລະບາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ໄດ້ສົ່ງຜົນສະທ້ອນເຖິງທຸກດ້ານຂອງຊີວິດສັງຄົມ ກໍຄືໃນການຊົມໃຊ້ສິດທິມະນຸດ, ຫວຽດນາມ ໄດ້ມານະພະຍາຍາມ ແລະ ປະຕິບັດຕາມບັນດາຂໍ້ສະເໜີແນະທີ່ໄດ້ເຫັນດີ 82,6% ດ້ວຍໝາກຜົນພົ້ນເດັ່ນຫຼາຍຢ່າງ. ຫວຽດນາມ ໄດ້ສ້າງຂີດໝາຍບັນລຸຜົນງານປະທັບໃຈຫຼາຍຢ່າງ ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ໃນການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນຂົງເຂດແຮງງານ, ສັງຄົມ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການປ້ອງກັນ, ຕ້ານການຄ້າມະນຸດ.

        ບັນດາຜູ້ແທນກໍ່ເປັນເອກະພາບເລື່ອງປະຕິບັດຕາມບັນດາຂໍ້ສະເໜີແນະຂອງ UPR ໄດ້ປະກອບສ່ວນຍົກສູງສິດຂອງກຸ່ມທີ່ມີຄວາມສ່ຽງສູງ, ຂອງຜູ້ອອກແຮງງານ, ເພີ່ມທະວີການຮັບປະກັນຊີວິດສັງຄົມ ແລະ ປະກອບສ່ວນຮັບປະກັນສະຖຽນລະພາບດ້ານການເມືອງ - ເສດຖະກິດ ແລະ ສັງຄົມຂອງປະເທດຊາດ, ຮັບປະກັນຄຸນນະພາບສິດທິມະນຸດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ