ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ສິງກະໂປ

(VOVWORLD) -ການຮ່ວມສຳພັນລະຫວ່າງນະຄອນ ໂຮ່ຈີມິນ ກັບ ສິງກະໂປ ຈະໄດ້ຮັບການຍົກສູງຂຶ້ນ ແລະ ປັບປຸງໃຫ້ແໜ້ນແຟ້ນກວ່າອີກ.
ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງປະຊາຊົນນະຄອນໂຮ່ຈີມິນ ແລະ ສິງກະໂປ - ảnh 1 ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ  ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ ຄົບຮອບ 54 ປີ (ພາບ: hcmcpv.org.vn) 

ວັນທີ 7 ສິງຫາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ (9/8/1965-9/8/2019)ຄົບຮອບ 54 ປີ ເຊິ່ງເປັນເຫດການປະຫວັດສາດທີ່ສະແດງເຖິງນ້ຳໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນນະຄອນໂຮ່ຈີມິນແລະປະຊາຊົນສິງກະໂປ.

        ກ່າວຄຳອວຍພອນເນື່ອງໃນໂອກາດວັນຊາດສາທາລະນະລັດສິງກະໂປ, ທ່ານດິ້ງຄັ໊ກຢຸຍ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ສິງກະໂປນະຄອນໂຮ່ຈີມິນ, ສະແດງຄວາມເຊື່ອໝັ້ນວ່າການຮ່ວມສຳພັນລະຫວ່າງນະຄອນ ໂຮ່ຈີມິນ ກັບ ສິງກະໂປ ຈະໄດ້ຮັບການຍົກສູງຂຶ້ນ ແລະ ປັບປຸງໃຫ້ແໜ້ນແຟ້ນກວ່າອີກ, ພິເສດແມ່ນໃນຂົງເຂດການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ສຶກສາທິການແລະການພົບປະແລກປ່ຽນລະຫວ່າງປະຊາຊົນ.

        ທ່ານ Roy Kho, ຫົວໜ້າກົງສູນໃຫ່ຍສິງກະໂປປະຈຳນະຄອນໂຮ່ຈີມີນ, ໄດ້ກ່າວຄຳຂອບໃຈຕໍ່ອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ (HUFO)  ທີ່ໄດ້ຈັດພິທີທີ່ເຕັມໄປດ້ວຍຄວາມໝາຍ, ແລະທ່ານໄດ້ຢັ້ງຢືນວ່າສິງກະໂປຍາມໃດກໍ່ຖືຫວຽດນາມເປັນຄູ່ຮ່ວມມືແລະເປັນເພື່ອນຮັກທີ່ສະໜິດສະໜົມແລະປາດຖະໜາຢາກສືບຕໍ່ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ./.

 

ຕອບກັບ

ຂ່າວ/ບົດ​ອື່ນ