ຊີ້ນຳ, ບໍລິຫານຢ່າງມີ ໄຫວພິບເພື່ອຮັບປະກັນບັນລຸລະດັບເຕີບໂຕ GDP ໃນປີ 2015 ໃຫ້ໄດ້ 6,2%

ຊີ້ນຳ, ບໍລິຫານຢ່າງມີ ໄຫວພິບເພື່ອຮັບປະກັນບັນລຸລະດັບເຕີບໂຕ GDP ໃນປີ 2015 ໃຫ້ໄດ້ 6,2% - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ນຳ, ບໍລິຫານ​ຢ່າງ​ມີ​ໄຫວ​ພິບ​
ເພື່ອ​ຮັບປະກັນ​ບັນລຸ​ລະດັບ​ເຕີບ​ໂຕ GDP ​ໃນປີ 2015 ໃຫ້​ໄດ້ 6,2%)


(vovworld) – ຕອນ​ຄໍ່າ​ວັນ​ທີ 22/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ນຳ​ກອງ​ປະຊຸມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ເພື່ອ​ປຶກສາ​ຫາ​ລື ​ແລະ ສະ​ເໜີ​ບັນດາ​ບັນຫາ​ສຳຄັນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ເສດຖະກິດ​ມະຫາ​ພາກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ວຽກ​ງານ​ຊີ້​ນຳ, ບໍລິຫານ​ຕ້ອງ​ຢືດໝັ້ນ​ກັບບັນດາ​ຄາດໝາຍ​ທີ່​ວາງ​ອອກ​ນັບ​ແຕ່​ຕົ້ນ​ປີ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ GDP ປີ 2015 ​ໃຫ້​ບັນລຸ 6,2%, ຄວບ​ຄຸມ​​ໄພ​ເງິນ​ເຟີ້​ໃນ​ລະດັບ 5%... ດ້ວຍ​ຈິດ​ໃຈ​ລວ​ມຄື​ແນວ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຊີ້​ນຳ​ໃຫ້​ທະນາຄານ​ແຫ່ງ​ລັດ ຕ້ອງ​ເປັນ​ເຈົ້າ​ການ​ບໍລິຫານ​ດອກ​ເບ້ຍ ​ແລະ ​ເຕີບ​ໂຕ​ບ້ວງ​ເງິນ​ສິນ​ເຊື່ອ​ໃຫ້​ເໝາະສົມ​ກັບ​ການ​ຜັນ​ແປ​ຂອງ​ໄພ​ເງິນ​ເຟີ້ ​ເພື່ອ​ຮັບປະກັນການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຄື​ຄາດໝາຍ​ທີ່​ໄດ້​ວາງ​ອອກ. ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ນ້ຳມັນ​ດິບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ສູ້​ຊົນ​ບັນລຸ​ແຜນການ​ທີ່​ໄດ້​ວາງ​ອອກ​ຢ່າງ​ສູງສຸດ ​ແຕ່​ຕ້ອງ​​ໃກ້ຊິດຕິດ​​ແທດ​ກັບພັນສະພາບ​ລາຄາ​ນ້ຳມັນ​ດິບ​ເພື່ອ​ບໍລິຫານ​ການ​ຂຸດ​ຄົ້ນ​ນ້ຳມັນ​ດິບບົນ​ຫຼັກການ​ບໍ່​​ໃຫ້ຫຼຸບ​ທຶນ ​ແລະ ​ໄລ່​ລຽງ​​ເຖິງ​ບໍ່ນ້ຳມັນແຕ່ລະແຫ່ງຢ່າງລະ​ອຽດ. ທ່ານນາຍົກລັດຖະມົນຕີ ຊີ​້ນຳ​ໃຫ້​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽ​ດນາມ ກວດກາ​ຄືນ​ເພື່ອ​ຫຼຸດຜ່ອນ​ລາຄາ​ຢ່າງ​ແຮງ, ​ໃນ​ນັ້ນ​ມີ​ບັນຫາ​ຂາດ​ແຄນ​​ໄຟຟ້າ ​ແລະ ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ. ທ່ານ​ນາຍົກລັດຖະມົນຕີ ຊີ້​ນຳ​ໃຫ້​ໜ່ວຍຄົ້ນຄວ້າ​ບໍລິຫານ​ເສດຖະກິດ​ມະຫາ​ພາກ ​ເອົາ​ໃຈ​ໃສ່​ເຖິງ​ບາງ​ເນື້ອ​ໃນ, ​ໃນ​ນັ້ນ​ມີ​ການ​ກະທົບ​​ເຖິງເສດຖະກິດ​ຫວຽດນາມ ​ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມສັນຍາ​ການ​ຄ້າ​ເສລີ ​ແລະ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພ້ອມ​ທັງ​ຕີ​ລາຄາ​ຄືນ​ລະບົບ​ຂາ​ຍຍ່ອຍຂອງ​ຫວຽດນາມ ​ໃນ​ສະພາບ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ, ໜີ້​ສາທາລະນະ, ການດັດ​ປັບ​ລາຄາ​ບາງ​ການ​ບໍລິການສາທາລະນະ​ຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ