ຊຸມວັນນະຄອນໂຮ່ຈິມິນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ

(VOVWORLD) -ດ້ວຍຫົວຂໍ້ວ່າ “ນ້ຳໃຈມິດຕະພາບຫວຽດນາມ - ລາວ: ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດໄປ”, ພິທີໄຂ “ຊຸມວັນນະຄອນໂຮ່ຈິມິນ ຢູ່ນະຄອນຫຼວງວຽງຈັນ” ຖືກດຳ ເນີນໃນວັນທີ 29 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ.
ຊຸມວັນນະຄອນໂຮ່ຈິມິນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ - ảnh 1 (ຊຸມວັນນະຄອນໂຮ່ຈິມິນຢູ່ນະຄອນຫຼວງວຽງຈັນ, ປະເທດລາວ)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ສິນລະວົງ ຄຸດໄພທູນ, ເຂລາຄະນະພັກນະຄອນ, ເຈົ້າຄອງນະຄອນຫຼວງວຽງຈັນ ເນັ້ນໜັກວ່າ “ຊຸມວັນນະຄອນໂຮ່ຈິມິນຢູ່ ນະຄອນຫຼວງວຽງຈັນ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງ 2 ວັນບຸນປະຫວັດສາດລາວ - ຫວຽດນາມ. ການເຄື່ອນໄຫວນີ້ໄດ້ຮັດແໜ້ນການພົວພັນມິດຕະພາບອັນດີງາມ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດລາວ - ຫວຽດນາມ ເວົ້າລວມ ແລະ  ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະກວ່າອີກ.

        ສ່ວນທ່ານ ເຕີດແທ່ງກາງ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

        “ຊຸມວັນນະຄອນໂຮ່ຈິມິນຢູ່ ນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນບັນດາເຫດການທີ່ມີຂະໜາດໃຫຍ່ ນັບທັງດ້ານເນື້ອໃນການເຄື່ອນໄຫວ ແລະ ຈຳນວນຜູ້ເຂົ້າຮ່ວມ, ດ້ວຍການເຄື່ອນໄຫວຫຼາຍຮູບຫຼາຍແບບຄື: ສະແດງສິລະປະ, ກອງປະຊຸມສຳມະນາສົ່ງເສີມການຄ້າ - ການລົງທຶນ ແລະ ການທ່ອງທ່ຽວ… ເຫດການໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ 2 ປະເທດ, 2 ນະຄອນ, ພິເສດແມ່ນລຸ້ນໜຸ່ມມີຄວາມໃກ້ຊິດ, ເຂົ້າໃຈແຈ້ງກວ່າກ່ຽວກັບມູນເຊື້ອອັນສະໜິດຕິດພັນ, ນ້ຳໃຈສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ