ຊຸມວັນຫວຽດນາມຢູ່ແອດສະປາຍ

(VOVWORLD) - "ຊຸມວັນຫວຽດນາມ ຢູ່ ແອດສະປາຍ" ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ແລະ ວາງສະແດງຮູບພາບກ່ຽວກັບບັນດາຈຸດເປັນເອກະລັກສະເພາະຂອງບັນດາເຂດ,ພາກຢູ່ຫວຽດນາມ. 
ຊຸມວັນຫວຽດນາມຢູ່ແອດສະປາຍ - ảnh 1 ລາຍການສິລະປະໃນຂອບເຂດຊຸມວັນຫວຽດນາມຢູ່ແອດສະປາຍ

ຕອນຄ່ຳວັນທີ 23 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເປັນປະທານພິທີໄຂ “ຊຸມວັນຫວຽດນາມ ຢູ່ ແອດສະປາຍ 2017” ແລະ ລາຍການແນະນຳວັດທະນະທຳຫວຽດນາມ” ຢູ່ ໂຮງລະຄອນ Circulo de Bellas Artes ຢູ່ ນະຄອນຫລວງ Madrid ເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ແອດສະປາຍ ( 23 ພຶດສະພາປີ 1977- 23 ພຶດສະພາປີ 2017). ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເນັ້ນຫນັກວ່າ ໃນ 40 ປີ ຜ່ານມາ, ຜ່ານການຜັນແປຫລາຍຢ່າງຢູ່ແຕ່ລະພາກພື້ນ ແລະ ໃນໂລກ, ນ້ຳໃຈມິດຕະພາບລະຫວ່າງ ສອງຊາດ ຫວຽດນາມ ແລະ ແອດສະປາຍ ຍັງຄົງໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ.

        “ຫວຽດນາມ ແມ່ນປະເທດ ມີການແລກປ່ຽນດ້ານການຄ້າໃຫຍ່ສຸດກັບ ແອດສະປາຍ ໃນອາຊຽນ. ຫວຽດນາມ ໄດ້ ແລະ ຈະສືບຕໍ່ແມ່ນສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວ ແອດສະປາຍ ດ້ວຍ 65.000 ເທື່ອຄົນ ໃນປີ 2016, ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີກ່ອນ ແລະ ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ປີ 2010.”

        ກ່າວຄຳເຫັນນະພິທີໄຂ “ຊຸມວັນຫວຽດນາມ ຢູ່ ແອດສະປາຍ 2017”, ທ່ານ Carlos Espinosa, ຂ້າຫລວງໃຫຍ່ ລາດຊະວົງ ແລະ ລັດຖະບານ ແອດສະປາຍ ກ່ຽວກັບເຄື່ອງໝາຍການຄ້າແຫ່ງຊາດ- Marca Espana ສະແດງຄວາມປະທັບໃຈຢ່າງແຮງກ່ຽວກັບຄວາມງາມຂອງຫວຽດນາມ. ຕາມທ່ານ Carlos Espinosa ແລ້ວ, ຫວຽດນາມ ແລະ ແອດສະປາຍ ລ້ວນແຕ່ມີການພັດທະນາຢ່າງແຮງ, ມີທັດສະນະຕັ້ງຫນ້າຢູ່ບັນດາອົງການ, ເວທີປາໄສສາກົນໃຫຍ່, ພິເສດ ຫວຽດນາມ ມີບົດບາດສຳຄັນໃນ ອາຊຽນ ແລະ ແອດສະປາຍ ມີບົດບາດຕັ້ງຫນ້າໃນ ອີຢູ, ສະນັ້ນ ສອງປະເທດ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືຢ່າງແຮງ ແລະ ມີປະສິດທິຜົນກວ່າ. ຊຸມວັນຫວຽດນາມ ຢູ່ ແອດສະປາຍ ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ແລະ ວາງສະແດງຮູບພາບກ່ຽວກັບບັນດາຈຸດເປັນເອກະລັກສະເພາະຂອງບັນດາເຂດ,ພາກຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ