ຊົມເຊີຍແນວຄວາມຄິດລົງທຶນຜະລິດລົດໂອໂຕໄຟຟ້າຢູ່ ຫວຽດນາມ

ຊົມເຊີຍແນວຄວາມຄິດລົງທຶນຜະລິດລົດໂອໂຕໄຟຟ້າຢູ່ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​
ໃຫ້ການ​ຕ້ອນຮັບ​ທ່ານ Alfred J.DiMora
(ພາບ: chinhphu.vn)

(vovworld) - ວັນ​ທີ 15/03 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Alfred J.DiMora, ຜູ້ກໍ​່ຕັ້ງ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ຝ່າຍ​ບໍລິຫານ Dimora Enterprises, LLC - ​ເຄື່ອງໝາຍ​ການ​ຄ້າ​ທີ່​ເຄີຍ​ຜະລິດ​ລົດ​ໂອ​ໂຕ sport  ຄັນ​ທຳ​ອິດທີ່​ມີ​ມູນ​ຄ່າ 2 ລ້ານ USD ​ໃນ​ໂລກ. ທ່ານ Alfred J.DiMora ມາ ຫວຽດນາມ ​​ເພື່ອສຳ​ຫລວດ​ຕະຫລາດ, ກະກຽມ​ໃຫ້ການ​ລົງທຶນ​ກໍ່ສ້າງ​ໂຮງງານ​ຜະລິດ, ປະກອບ​ລົດ​ໂອ​ໂຕ​ໄຟຟ້າ. ທີ່​ການ​ຕ້ອນຮັບ, ທ່າ​ນຮອງ​ນາ​ຍົກ​ລັດຖະມົນ​ຕີ ຈິ້ງ​ດີງຢຸງ ຊົມ​ເຊີຍ​ເລື່ອງ​ວິ​ສາ​ຫະກິດ​​ເອົາ​ໃຈ​ໃສ່, ຊອກ​ຮູ້​ກາລະ​ໂອກາດ​ການ​ລົງທຶນ​ສ້າງ​ໂຮງງານ​ຜະລິດ, ປະກ​ອບ​​ລົດ​ໂອ​ໂຕ​ໄຟຟ້າ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຖື​ວ່າ: ຕະຫລາດ​ລົດ​ໂອ​ໂຕ​ຢູ່ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫລາຍ​ທີ່​ສຸດ ດ້ວຍ​ລະດັບ​ເຕີບ​ໂຕ​ສູງ, ດັ່ງ​ນັ້ນ ​ໂອກາດ​ທີ່​ສະຫງວນ​ໃຫ້​ບັນດາ​ນັກ​ລົງທຶນ​ແມ່ນ​​ຫລາຍທີ່​ສຸດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ສະ​ເໜີ​ບັນດາ​ນັກ​ລົງທຶນສຳ​ຫລວດ​ຢ່າງ​ລະອຽດ, ​ຄວາມ​ຕ້ອງການ​ຂອງ​ຕະຫລາດ, ບັນດາ​ຂໍ້​ກຳນົດ​ກົດໝາຍ​ຂອງ ຫວຽດນາມ ກ່ຽວ​ກັບ​ຂົງ​ເຂດ​ນີ້ ​ເພື່ອ​ມີ​ຄຳ​ຕັດສິນ​ຢ່າງ​ຖືກ​ຕັ້ງ​ ​ແລະ ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ