ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ກອງທັບ ສ.ເກົາຫຼີ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໃຫ້ຮູ້ວ່າ, ເບິ່ງຄືວ່າເຫດຍິງລູກສອນໄຟດັ່ງກ່າວຖືກປະລາໄຊ ແລະ ວັດຖຸບິນຂອງ ສປປ.ເກົາຫຼີ ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ
ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1(ພາບປະກອບ: KCNA/TTXVN)

ວັນທີ 26 ມິຖຸນາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໂດຍບໍ່ໄດ້ຢັ້ງຢືນປະເພດອອກສູ່ເຂດທະເລທາງທິດຕາເວັນອອກປະເທດນີ້. ຫົວໜ້າເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ, ໄດ້ກວດພົບເຫັນເຫດການດັ່ງກ່າວ, ແຕ່ບໍ່ເຜີຍລາຍລະອຽດເທື່ອ, ທ່ານຢືນຢັນວ່າພວມດຳເນີນການຄົ້ນຄວ້າ. ຕອນເຊົ້າວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ໄດ້ຮຽກໂຮມປະຊຸມກ່ຽວກັບຄວາມໝັ້ນຄົງເພື່ອປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ.

        ຫຼັງຈາກນັ້ນ, ກອງທັບສ.ເກົາຫຼີ ແລະ ກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ ໃຫ້ຮູ້ວ່າ, ເບິ່ງຄືວ່າເຫດຍິງລູກສອນໄຟດັ່ງກ່າວຖືກປະລາໄຊ ແລະ ວັດຖຸບິນຂອງ ສປປ.ເກົາຫຼີ ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ, ຫ່າງຈາກປະເທດນີ້ປະມານ 370 ກມ ແລະ ບໍ່ກໍ່ຄວາມເສຍຫາຍໃດໆ.

ເຫດຍິງລູກສອນໄຟດຳເນີນໄປພາຍຫຼັງ 1 ວັນທີ່ ສປປ.ເກົາຫຼີ ຕຳໜິຕິຕຽນເລື່ອງ ອາເມລິກາ ຈັດສົ່ງຝູງກ່ຳປັ່ນສູ້ຮົບຂອງທະຫານເຮືອທີ່ແລ່ນດ້ວຍພະລັງງານນິວເຄຼຍມາ ສ.ເກົາຫຼີ ແລະ ກ່າວເຕືອນວ່າ, ຈະປະຕິບັດບັນດາມາດຕະການນາບຂູ່ໃໝ່ແນໃສ່ການກະທຳຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ