ຊີ້ຣີ: ກອງທັບລັດຖະບານ ຟື້ນຟູຄວາມສະຫງົບຢູ່ 13 ເທດສະບານເມືອງ

ຊີ້ຣີ: ກອງທັບລັດຖະບານ ຟື້ນຟູຄວາມສະຫງົບຢູ່ 13 ເທດສະບານເມືອງ - ảnh 1
(ພາບປະກອບ)

(vovworld) - ສຳນັກ​ຂ່າວສານ SANA ຂອງ​ຊີຣີ ​ໃຫ້​ຮູ້​ວ່າ ກຳລັງ​ລັດຖະບານ​ຊີ​ຣີ ​ໄດ້​ຟື້ນ​ຟູ​ຄວາມ​ສະຫງົບ​ໃຫ້​ແກ່ 13 ​ເທດສະບານ​ເມືອງ​ເຂດ​ຊານ​ນະຄອນ​ທາງ​ທິດ​ເໜືອ​ນະຄອນ Hama. ມີມື​ປືນ​ນັບ 10 ຄົນ ສັງກັດ​​ແນວ​ໂຮມ Al Nusra ຝ່າ​ຍຄ້ານ​​ໄດ້ຖືກ​ດັບ​ສູນ, ກອງທັບ​ໄດ້​ທຳລາຍ​ປືນ​ກົນ ​ແລະ ລົດ​ຂົນ​ສົ່ງຈຳນວນ​ໜຶ່ງຢູ່​ບັນດາ​ເທດສະບານ​ເມືອງ Al Nusra, Al Lala, Al Rabi’a ​ແລະ Al Rahyeh. ບັນດາ​ກຳລັງ​ຂອງ​ລັດຖະບານ ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫ​ວຕ່າງໆ​ເພື່ອ​ຕ້ານ​ແນວ​ໂຮມ Al Nusra ຢູ່​ບັນດາ​ເທດສະບານ​ເມືອງ​ອື່ນໆ. ​ຮາກ​ຖານ​ 2 ​ແຫ່ງຂອງແນວ​ໂຮມ Al Nusra ຖືກ​ທຳລາຍ​ຢູ່​ເຂດ​ຊົນນະບົດ​ທາງທິດຕາ​ເວັນ​ອອກສຽງ​ເໜືອ ຂອງ Hama.

ຂ່າວ/ບົດ​ອື່ນ