ຊີຣີ: ກຳລັງລຸກຮື້ຂຶ້ນເລີ່ມ ຖອນອອກຈາກໃຈກາງ ນະຄອນ Homs

ຊີຣີ: ກຳລັງລຸກຮື້ຂຶ້ນເລີ່ມ ຖອນອອກຈາກໃຈກາງ ນະຄອນ Homs - ảnh 1
(ພາບປະກອບ)


(vovworld) –  ບັນດາ​ມື​ປືນ​ລຸກ​ຮື້​ຂຶ້ນ​ຊີຣີ ​ເລີ່​ມ​ຖອນອອກ​ຈາກ​​ໃຈກາງ​ນະຄອນ​ເກົ່າ Homs ພາຍ​ໃຕ້​ການ​ຕິດຕາມກວດກາ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ, ຄະນະ​ກຳມະການ​ໄກ່​ເກ່ຍປອງ​ດອງຊາດ​ຂອງ​ລັດຖະບານ​ຊີຣີ ​ແລະ ​ເຈົ້າ​ແຂວງ Homs. ການກະທຳດັ່ງກ່າວ​ຖືກດຳ​ເນີນ​ໄປ​ຕາມ​ຂໍ້​ຕົກລົງ​ສະບັບ​ໃໝ່ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ກຳລັງ​ລຸກ​ຮື້​ຂຶ້ນ ກັບ​ອຳ​ນາດ​ການ​ປົກຄອງ​ຊີຣີ ​​ເພື່ອແນ​ໃສ່​ຖອນ 2.250 ຄົນ ຈາກ​ເຂດນະຄອນເກົ່າ​ໄປ​ສູ່ເຂດ​ຊົນນະບົດ​ທາງ​ພາກ​ເໜືອ Homs. ດ້ວຍ​ຈຳນວນ 6 ມາດຕາ, ຂໍ້​ຕົກລົງ​ດັ່ງກ່າວ ກໍ່​ລວມທັງ​ການ​ປ່ອຍ​ຕົວ​ບັນດາ​ນັກ​ໂທດ​ຊາວອີຣານ ​ແລະ ລີ​ບານ ​ເຊິ່ງພວມ​ຖືກ​ແນວ​ໂຮມ​ອິດສະລາມ - ພັນ​ທະ​ມິດ​ລຸກ​ຮື້​ຂຶ້ນ​ໃຫຍ່​ກວ່າ​ໝູ່ຢູ່​ຊີຣີ ຈັບ​ຕົວ, ພ້ອມ​ທັງ​ອະນຸດ​ຍາດ​ໃຫ້​ອຳນາດ​ການ​ປົກຄອງຊີຣີ ຂົນ​ສົ່ງ​ຢຸກຢາ ​ແລະ ​ເຄື່ອງອຸປະຖຳ​ເຂົ້າ 2 ​ເທດ​ສະບາ​ນ Nubbol ​ແລະ Al- Zahraa.

ຂ່າວ/ບົດ​ອື່ນ