ຊີຣີ: ທະຫານລັດຖະບານສືບຕໍ່ຍູ້ຖອຍພວກ IS ຢູ່ທາງພາກໃຕ້ Damascus

(VOVWORLD) -ວັນທີ 27 ເມສາ, ທະຫານລັດຖະບານ ຊີຣີ ບັນລຸໄດ້ບັນດາບາດກ້າວພໍເດີນສົມຄວນ ຕໍ່ພວກ IS ຢູ່ທາງພາກໃຕ້ ນະຄອນຫຼວງ Damascus ພາຍຫຼັງດຳເນີນການບຸກໂຈມຕີເປັນເວລາກວ່າ 1 ອາທິດຢູ່ເຂດນີ້.
ຊີຣີ: ທະຫານລັດຖະບານສືບຕໍ່ຍູ້ຖອຍພວກ IS  ຢູ່ທາງພາກໃຕ້ Damascus - ảnh 1 (ພາບປະກອບ: AFP/TTXVN)

ບັນດາກົມກອງທະຫານທາງບົກ ດ້ວຍການໜູນຊ່ວຍຂອງກອງທັບອາກາດ ແລະ ປືນໃຫຍ່ ຍາດໄດ້ໄຊຊະນະໃນການປະທະກັນຢູ່ຫຼາຍເຂດທາງພາກໃຕ້ Damacus ເຮັດໃຫ້ກຳລັງ IS ຖືກເສຍຫາຍຢ່າງໜັກໜ່ວງນັບທັງທາງດ້ານກຳລັງແຮງ ແລະ ອາວຸດ. ບັນດາກຳລັງລັດຖະບານໄດ້ດຳເນີນການບຸກໂຈມຕີຢູ່ເມືອງທາງພາກໃຕ້ Damacus ນັບແຕ່ວັນທີ 19 ເມສາ, ພາຍຫຼັງ IS ປະຕິເສດລົງນາມໃນຂໍ້ຕົກລົງຖອນອອກຈາກເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ