ຊີຣີ: ມີສາມັນຊົນນັບສີບໆຄົນຖືກຮັບບາດເຈັບແລະເສຍຊີວິດຍ້ອນການບຸກໂຈມຕີທາງອາກາດຂອງທະຫານປະສົມ

(VOVWORLD) -ອົງການຕິດຕາມກວດກາສິດທິມະນຸດຊີຣີ (SOHR) ໃຫ້ຮູ້ວ່າ, ມີຢ່າງໜ້ອຍສຸດສາມັນຊົນ 14 ຄົນຖືກເສຍຊີວິດໃນວັນທີ 03 ພະຈິກ

ເມື່ອທະຫານປະສົມໂດຍອາເມລິກາ ນຳໜ້າໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ສະຖານທີ່ຂອງອົງການ IS ຢູ່ແຂວງ Deir Ezzor, ທາງທິດຕາເວັນອອກຊີຣີ. ຕາມອັງການ SOHR ແລ້ວ, ທະຫານປະສົມໂດຍອາເມລິກາ ນຳໜ້າໄດ້ເພີ່ມທະວີການບຸກໂຈມຕີທາງອາກາດຢູ່ເຂດດັ່ງກ່າວ ພາຍຫຼັງທີ່ IS ຊອກຫາວິທີບຸກໂຈມຕີໃສ່ຖານທີ່ໝັ້ນຂອງທະຫານປະສົມຢູ່ບ້ານ Al Bahra.

ຕອບກັບ

ຂ່າວ/ບົດ​ອື່ນ