ຊີຣີ ແລະ ສະຫະປະຊາຊາດລົງນາມ ໃນຂໍ້ຕົກລົງເປີດກວ້າງການເຄື່ອນໄຫວ ມະນຸດສະທຳ

ຊີຣີ ແລະ ສະຫະປະຊາຊາດລົງນາມ ໃນຂໍ້ຕົກລົງເປີດກວ້າງການເຄື່ອນໄຫວ ມະນຸດສະທຳ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 5/6, ຊີຣີ ​ໄດ້​ເຫັນ​ດີ​ໃຫ້​​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ມະນຸຸດສະ​ທຳ​ຢູ່​ປະ​ເທດ​ນີ້ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາ​ຊົນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 1 ລ້ານ​ຄົນ ພາຍຫຼັງການ​ປະ​ທະ​ກັນ​ທີ່​ແກ່ຍາວເປັນ​ເວລາ 14 ​ເດືອນ. ຂໍ້​ຕົກລົງ​ນີ້​​​​ໂດຍຜູ້ຕາງ​ໜ້າ​ລັດຖະບານ​ຊີຣີ ​ແລະ ສະຫະ​ປະຊາ​ຊາດ​ລົງ​ນາມ​ຢູ່​ສະ​ວິດ. ​ຕາມ​ຂໍ້​ຕົກລົງ​ນີ້​ແລ້ວ, ລັດຖະບານ​ຊີຣີ ຈະ​ອະນຸຍາດໃຫ້​ຝ່າຍ​ສະຫະ​ປະຊາ​ຊາດ​ສ້າງ​ຕັ້ງບັນດາ​ສະຖານ​ທີ່​ຊ່ວຍ​ເຫຼືອ​ມະນຸດສະທຳ​ຢູ່ 4 ນະຄອນ​ຂອງ​ຊີຣີ ​ລວມທັງ​ຢູ່​ເຂດ​ທີ່​ເຄັ່ງຮ້ອນ Homs ​ແລະ Idlib. ການ​ເຄື່ອນ​ໄຫວ​ມະນຸດສະທຳ​ນີ້​ຈະ​ແກ່ຍາວ​ເປັນ​ເວລາ 6 ​ເດືອນ ດ້ວຍ​ຍອດ​ຈຳນວນ​ເງິນ​ແມ່ນ 185 ລ້ານ USD ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ຊີຣີ ​ທີ່ຖືກ​ຜົນ​ສະທ້ອນ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ.

        ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ຊີຣີ, ວັນ​ທີ 5/6, ຝ່າຍ​ຄ້ານຊີຣີ ​ໄດ້​ຖະ​ແຫຼ​ງວ່າ ຈະ​ຢຸດ​ຕິການ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ໂດຍ​ສະຫະ​ປະຊາ​ຊາດ​​ເປັນ​ຜູ້​ໄກ່​ເກ່ຍ ​ເພາະ​ວ່າ ທ່ານ​ປະທານາທິບໍດີຊີຣີ Bashar al Assad ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຢຸດ​ຍິງ​ໃນ​ຊ່ວງ​ເວລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 1/6.

ຂ່າວ/ບົດ​ອື່ນ