ຊີຣີກ່າວຫາຝ່າຍລຸກຮື້ຂຶ້ນກະກຽມການປຸກລະດົມເຫດບຸກໂຈມຕີໂດຍນຳໃຊ້ທາດພິດເຄມີຢູ່ Idlib

(VOVWORLD) -ຕາມບາງແຫຼ່ງຂ່າວໃຫ້ຮູ້ວ່າ, ບັນດາກຸ່ມນີ້ໄດ້ສ້າງແຜນການນຳໃຊ້ອາຍ clo ໃນເຫດບຸກໂຈມຕີ ແລະ ຈຸດປະສົງແມ່ນເພື່ອແນໃສ່ “ແກ້ຕົວໃຫ້ແຜນການເກາະຜິດຂອງອາເມລິກາ ຢູ່ຊີຣີ”.

ວັນທີ 23 ເມສາ, ສຳນັກຂ່າວສານ SANA ຂອງຊີຣີ ໄດ້ໃຫ້ຂ່າວວ່າ, ກຸ່ມລຸກຮື້ຂຶ້ນ Hayat Tahriir al Sham (HTS) ມີການພົວພັນກັບເຄືອຂ່າຍກໍ່ການຮ້າຍສາກົນ al Qaeda ແລະ ອົງການຈັດຕັ້ງ “ໝວກກັນນອກຂາວ” ພວມກະກຽມປະຕິບັດການບຸກໂຈມຕີນຳໃຊ້ທາດພິດເຄມີ ແນໃສ່ຍຸແຍ່ກອງທັບຊີຣີ ຢູ່ແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອຊີຣີ. ຕາມບາງແຫຼ່ງຂ່າວໃຫ້ຮູ້ວ່າ, ບັນດາກຸ່ມນີ້ໄດ້ສ້າງແຜນການນຳໃຊ້ອາຍ clo ໃນເຫດບຸກໂຈມຕີ ແລະ ຈຸດປະສົງແມ່ນເພື່ອແນໃສ່ “ແກ້ຕົວໃຫ້ແຜນການເກາະຜິດຂອງອາເມລິກາ ຢູ່ຊີຣີ”.

        ກ່ອນໜ້ານັ້ນ, ໃນເດືອນເມສາ ປີ 2018, ອາເມລິກາ ແລະ ບັນດາປະເທດພັນທະມິດຄື ອັງກິດ, ຝລັ່ງ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ຊີຣີ ດ້ວຍຄຳກ່າວຫາວ່າ ກຳລັງຂອງອຳນາດການປົກຄອງປະທານາທິບໍດີຊີຣີ Bashar al Assad ນຳໃຊ້ອາວຸດເຄມີບຸກໂຈມຕີສາມັນຊົນຢູ່ເທດສະບານ Douma. ໃນຂະນະນັ້ນ, ລັດເຊຍ ແລະ ຊີຮີ ໄດ້ປະຕິເສດບັນດາຄຳກ່າວຫາດັ່ງກ່າວເປັນຫຼາຍຄັ້ງແລ້ວ ແລະ ຖືວ່າ, ເຫດການຢູ່ Douma ແມ່ນແຜນການໂດຍຝ່າຍຕາເວັນຕົກສ້າງຂຶ້ນມາ ເພື່ອສືບຕໍ່ແຊກແຊງເຂົ້າຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ