ຊີຣີຖະແຫຼງນະຄອນຫຼວງ Damascus ແລະ ບັນດາເຂດຊານນະຄອນ “ຮັບປະກັນປອດໄພ”

(VOVWORLD) -ວັນທີ 21 ພຶດສະພາ, ກອງທັບຊີຣີ ຖະແຫຼງວ່າ, ນະຄອນຫຼວງ Damascus ແລະ ບັນດາເຂດຊານນະຄອນໄດ້ “ຮັບປະກັນຄວາມປອດໄພ” ພາຍຫຼັງອົງການ IS ຖືກຕີປະລາໄຊຢູ່ເຂດນີ້.
ຊີຣີຖະແຫຼງນະຄອນຫຼວງ Damascus ແລະ ບັນດາເຂດຊານນະຄອນ “ຮັບປະກັນປອດໄພ” - ảnh 1 (ພາບປະກອບ: AFP/TTXVN)

ນີ້ໄດ້ຮັບຖືວ່າແມ່ນບາດລ້ຽວໃຫຍ່ຂອງລັດຖະບານຊີຣີ ໃນການປະທະກັນທີ່ແກ່ຍາວເປັນເວລາ 7 ປີຜ່ານມາ, ຕາມນັ້ນແລ້ວ, ເປັນຄັ້ງທຳອິດທີ່ອຳນາດການປົກຄອງຮັບປະກັນວ່າ Damascus ແລະ ບັນດາເຂດຊານນະຄອນ ບໍ່ມີການນາບຂູ່ດ້ານການທະຫານໃດໆ. ກ່າວຄຳເຫັນຕໍ່ສື່ມວນຊົນແຫ່ງລັດ, ໂຄສົກຂອງກອງທັບຊີຣີ ຢືນຢັນວ່າ ນະຄອນຫຼວງ Damascus ແລະ ບັນດາເຂດຊານນະຄອນ, ບັນດາເທດສະບານຢູ່ອ້ອມຂ້າງໄດ້ມີຄວາມປອດໄພແລ້ວ.

      ແລະກໍ່ໃນວັນດຽວກັນ, ສື່ມວນຊົນແຫ່ງລັດຊີຣີ ໄດ້ໃຫ້ຂ່າວວ່າ, ກອງທັບປະເທດນີ້ໄດ້ຕີໃຫ້ພວກ IS ອອກຈາກເມືອງ al Hajar aj Aswad, ທາງພາກໃຕ້ນະຄອນຫຼວງ Damascus ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ