ຊອກຫາ ແລະ ທ້ອນໂຮມ ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ສັກກະລະບູຊາ

ຊອກຫາ ແລະ ທ້ອນໂຮມ ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ສັກກະລະບູຊາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
(ພາບ: baomoi.com)


(vovworld) - ​ຫວ່າງ​ແລ້ວ​ນີ້​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ວຽກ​ງານຊອກ​ຫາ, ທ້ອນ​ໂຮມ​ອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຫວຽດນາມ ​ໄດ້​ມີ​ເອກະສານຊີ້​ແຈ້ງ​ການຈັດ​ຕັ້ງຊອກ​ຫາ, ທ້ອນ​ໂຮມ​ອັດຖິ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ວິທະຍາສາດ, ມີ​ຄຸນ​ນະພາ​ບ ​ແລະ ມີ​ປະສິດທິ​ຜົນ; ຕ້ອງ​ລະດົມ​ທຸກ​ແຫຼ່ງກຳລັງ, ບັນດາ​ອົງການ​ການ​ເມືອງ, ສັງຄົມ... ​ໃນ​ລະບົບ​ການ​ເມືອງ; ຕ້ອງ​ມີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນຢ່າງ​ແໜ້ນ​ແຟ້ນ. ຄຽງ​ຂ້າງ​ນັ້ນ, ບັນດາ​ອົງການ​ທີ່​ມີໜ້າ​ທີ່​ສຸມ​ໃສ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃຫ້​ປະຊາຊົນ​ເສີມ​ຂະຫຍາຍ​ມູນ​ເຊື້ອ “ກິນ​ເຂົ້າ​ຄິດ​ຮອດ​ຄຸນນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”; ຮີບ​ເຮັ່ງ​ເກັບ​ກຳ​ຂໍ້​ມູນກ່ຽວ​ກັບ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ບັນດາ​ທ້ອ​ງຖິ່ນ, ​ເຂດ​ທະຫານ ຕ້ອງ​ສ້າງ​ພື້ນຖານ​ຂໍ້​ມູນ​ກ່ຽວ​ກັບທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ພ້ອມ​ກັນ​ນັ້ນ, ປະສານສົມທົບກັບ​ບັນດາ​​ແຜນການ​ກວດກາ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ ​ແລະ ບັນດາ​ໂຄງການ​ອື່ນໆ; ປັບປຸງ ​ແລະ ​ເພີ່ມ​ເຕີ່​ມນະ​ໂຍບາຍ​ໃຫ້​ບຸລິມະສິດ​ສຳລັບທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຍາດຕິ​ພີ​ນ້ອງຂອງທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເປັນ​ປະຈຳ.

ຂ່າວ/ບົດ​ອື່ນ