ຊອກຫາແນວຄິດໃໝ່,ເປັນເອກະລັກສະເພາະໃນການອອກແບບ ແລະ ຜະລິດຕະພັນປະດິດຄິດສ້າງໃຫ້ແກ່ ຮ່າໂນ້ຍ

(VOVWORLD) -ການເສັງໄດ້ຈັດຂຶ້ນໂດຍອີງໃສ່ການຂຸດຄົ້ນທ່າແຮງຂອງເຕັກໂນໂລຊີທັນສະໄໝ, ແຫຼ່ງກຳລັງມະນຸດ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ເພື່ອສ້າງເຂດປະດິດຄິດສ້າງດຶງດູດການເຂົ້າຮ່ວມຂອງປະຊາຄົມ.
ຊອກຫາແນວຄິດໃໝ່,ເປັນເອກະລັກສະເພາະໃນການອອກແບບ ແລະ ຜະລິດຕະພັນປະດິດຄິດສ້າງໃຫ້ແກ່ ຮ່າໂນ້ຍ - ảnh 1ປຸກລະດົມການເສັງ “ຮ່າໂນ້ຍ ປະດິດຄິດສ້າງ”
(ພາບ: nhandan.vn)

ວັນທີ 28 ສິງຫາ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ສົມທົບກັບມະຫາວິທະຍາໄລວິຈິດສິນອຸດສາຫະກຳ ປຸກລະດົມການເສັງ “ຮ່າໂນ້ຍ ປະດິດຄິດສ້າງ”, ເພື່ອແນໃສ່ຊອກຫາບັນດາແນວຄິດໃໝ່, ເປັນເອກະລັກສະເພາະໃນການກໍ່ສ້າງ, ອອກແບບ ແລະ ຜະລິດຕະພັນປະດິດຄິດສ້າງໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ.

        ການເສັງໄດ້ຈັດຂຶ້ນໂດຍອີງໃສ່ການຂຸດຄົ້ນທ່າແຮງຂອງເຕັກໂນໂລຊີທັນສະໄໝ, ແຫຼ່ງກຳລັງມະນຸດ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ເພື່ອສ້າງເຂດປະດິດຄິດສ້າງດຶງດູດການເຂົ້າຮ່ວມຂອງປະຊາຄົມ. ເລື່ອງຊອກຫາບັນດາຄຸນຄ່າໃໝ່ໃນເຂດ, ອອກແບບ ແລະ ປະດິດຄິດສ້າງຈະສ້າງກຳລັງໜູນເພື່ອພັດທະນາພື້ນຖານເສດຖະກິດປະດິດຄິດສ້າງ, ປະກອບສ່ວນສ້າງ ຮ່າໂນ້ຍ ໃຫ້ກາຍເປັນສູນປະດິດຄິດສ້າງຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຈຸດນັດພົບຂອງຄວາມຮູ້ ແລະ ປະດິດຄິດສ້າງໃນໂລກ.

        ປີ 2019, ຮ່າໂນ້ຍ ໄດ້ເຂົ້າເປັນສະມາຊິກເຄື່ອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ໃນຂອບເຂດອອກແບບຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປະຈຸບັນ, ນະຄອນໄດ້ສ້າງ ແລະ ຜັນຂະຫຍາຍປະຕິບັດບັນດາລາຍການ, ແຜນການ, ມະຕິ ເພື່ອແນໃສ່ປະຕິບັດບັນດາຂໍ້ລິເລີ່ມເຂົ້າເປັນສະມາຊິກເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ຮອດປີ 2025 ຕິດພັນກັບການພັດທະນາຂະແໜງອຸດສາຫະກຳວັດທະນະທຳໃນບໍລິເວນນະຄອນຫຼວງ ໄລຍະ 2021 – 2025, ກຳນົດທິດຮອດປີ 2030, ວິໄສທັດຮອດປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ