ຊະອຸດີ ອາຣາເບຍ ແລະ ອາເມລິກາ ລົງນາມໃນຂໍ້ຕົກລົງຮ່ວມມື 18 ສະບັບ

(VOVWORLD) -ລັດຖະບານ ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ, ບັນດາຂໍ້ຕົກລົງດັ່ງກ່າວຈະເປີດຊ່ອງທາງໃໝ່ໃຫ້ແກ່ການຮ່ວມມືລວມລະຫວ່າງປະເທດຕາເວັນອອກກາງນີ້ ແລະ ອາເມລິກາ ໃນບັນດາຂົງເຂດການລົງທຶນ, ພະລັງງານ

ຊະອຸດີ ອາຣາເບຍ ແລະ ອາເມລິກາ ລົງນາມໃນຂໍ້ຕົກລົງຮ່ວມມື 18 ສະບັບຂຶ້ນກັບຂົງເຂດອາວະກາດ, ການລົງທຶນ, ພະລັງງານ ແລະ ສາທາລະນະສຸກ. ພິທີລົງນາມຂໍ້ຕົກລົງໄດ້ດຳເນີນໄປພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Joe Biden ໄປຮອດນະຄອນ Jeddah ຂອງ ຊະອຸດີ ອາຣາເບຍ ໃນຕອນຄ່ຳວັນທີ 15 ກໍລະກົດ.

        ລັດຖະບານ ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ, ບັນດາຂໍ້ຕົກລົງດັ່ງກ່າວຈະເປີດຊ່ອງທາງໃໝ່ໃຫ້ແກ່ການຮ່ວມມືລວມລະຫວ່າງປະເທດຕາເວັນອອກກາງນີ້ ແລະ ອາເມລິກາ ໃນບັນດາຂົງເຂດການລົງທຶນ, ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ສາທາລະນະສຸກ.

        ຊະອຸດີ ອາຣາເບຍ ແມ່ນປະເທດທີ 3 ໃນການໄປປະຕິບັດງານຢູ່ພາກພື້ນຕາເວັນອອກກາງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ເຊິ່ງເລີ່ມແຕ່ວັນທີ 14 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ