ຊາບຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງແນວໂຮມປະເທດຊາດຫວຽດນາມ

ຊາບຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງແນວໂຮມປະເທດຊາດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ


(vovword)- ວັນ​ທີ 2/2, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ຈັດ​ກອງ​ປະ​ຊຸມ​ຊາບ​ຊຶມ, ຜັນ​ຂະ​ຫຍາ​ຍ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໃຫ້​ແກ່​ພະ​ນັກ​ງານຫຼັກ​ແຫຼ່ງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ບັນ​ດາ​ແຂວງ, ນະ​ຄອນ​ພາກ​ໃຕ້ ຈາກ​ແຂວງ​ເທື່ອ​ທຽນ​ເຫ້ວ​ລົງ​ໄປ. ທ່ານ​ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຊາບ​ຊຶມ​ການຈັດ​ຕັ້ງ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມໃນ​ລະ​ບົບ​ແນວ​ໂຮມ​ຈາກ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ. ຕາມນັ້ນ​ແລ້ວ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມເລັ່ງ​ໃສ່​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ແບບ​ວິ​ທີ​ເຄື່ອນ​ໄຫວ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ເຕົ້າ​ໂຮມ​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເພື່ອ ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິທຳ, ສີ​ວິ​ໄລ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ