ຊາປາ ພັດທະນາ ອະສັງຫາລິມະຊັບ ຮັບໃຊ້ການ ທ່ອງທ່ຽວ

ຊາປາ ພັດທະນາ ອະສັງຫາລິມະຊັບ ຮັບໃຊ້ການ ທ່ອງທ່ຽວ - ảnh 1
(ພາບປະກອບ)

(vovworld) -     ຕາມ​​ແຫຼ່ງຂ່າວ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຊາ​ປາ, ນະຄອນ​ລາວ​ກາຍ, ພາຍຫຼັງ​ການວາງ​ແຜນ​ຜັງເຂດ​ຕົວ​ເມືອງ​ຊາ​ປາ ຮອດ​ປີ 2030 ​ເຊິ່ງ​ລັດຖະບານ​ອະນຸມັດ​ຜ່ານ, ມີ​ບາງ​ນັກ​ລົງທຶນ​ອະສັງຫາລິມະ​ຊັບ​ໄດ້​ກວດກາ ​ແລະ ມີ​​ແຜນການ​ລົງທຶນ​ເຂົ້າ​ຕະຫຼາດ​ທີ່​ມີ​ຄວາມ​ສາມ​ດບົ່ມ​ຊ້ອນ​ຫຼາຍ​ຢ່າງ​ນີ້. ກຸ່ມບໍລິສັດ ​ເຈື່ອງ​ຢາງ ​ໄດ້ຕົກລົງລົງທຶນ 1.200 ຕື້​ດົງ​ເຂົ້າ​ໂຄງການ Mercure Sapa Resort ​ Spa. ​ໂຄງການ​ມີ​​ເນື້ອ​ທີ່​ກວ່າ 47 ​ແຮກ​ຕາ, ​ແມ່ນ​ກຸ່ມ​ເຮືອນ​ຢູ່ ​ແລະ ສູນ​ການ​ຄ້າ, ສົມ​ທົບ​ກັບ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ, ​ໂຮງ​ແຮມ. ປະຈຸ​ບັນ​ໃນ​ບໍລິ​​ເວນ​ເມືອງ​ຍັງ​ມີ​ນັບ 10 ​ໂຄງການອະສັງຫາລິມະ​ຊັບອື່ນ ດ້ວຍ​ຍອດຈຳນວນ​​ເງິ​ນລົງທຶນ​ແຕ່ 10 ພັນ -100 ຕື້​ດົງ ​ເຊິ່ງ​ໄດ້​ຮັບ​ການ​ອະ​ນຸມັດ​ຜ່ານ… ນີ້​ແມ່ນ​ບັນດາ​ໂຄງການ​ເຊິ່ງນອນ​ໃນ​ກຸ່ມ​ໂຄງການ​ທີ່​ອຳນາດ​ການ​ປົກຄອງ​ຊັບຊ້ອນ​ເຂົ້າ​ກຸ່ມ​ໂຄງການ​ບຸລິມະ​ສິດ, ໜູນ​ຊ່ວຍ​ການ​ຜັນ​ຂະຫຍາຍ​ການ​ລົງທຶນ ​ຫຼື ຮຽກຮ້ອງ​​ເງິນ​ລົງທຶນ.

        ສຳລັບ​ບັນດາ​ນັກ​ລົງທຶນ, ຊາ​ປາ ​ແມ່ນ​ຕະຫຼາດ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ. ຈຳນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂື້ນ​ໃນ​ແຕ່ລະ​ປີ​ຢ່າງ​ແຮງ, ​ແຕ່ 2 – 3 ໝື່ນ ​ເທື່ອ​ຄົນ​ໃນ​ປີ 2003, ມາ​ຮອດ​ປະຈຸ​ບັນ, ​ແຕ່ລະ​ປີ​ຊາ​ປາ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກວ່າ 800.000 ​ເທື່ອ​ຄົນ, ​ໃນ 9 ​ເດືອນ​ປີ 2012 ​ໄດ້​ມີ​ນັກ​ທ່ອງ​ທ່ຽວ​ກວ່າ 500.000 ​ເທື່ອ​ຄົນ​​ໄປ​ທ່ອງ​ທ່ຽວ​ຢູ່​ສະຖານ​ທີ່​ທ່ອງ​ທ່ຽວ​ນີ້.

ຂ່າວ/ບົດ​ອື່ນ