ຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ພາວະນາຂໍຄວາມສະຫງົບສຸກໃນບຸນເຕັດວັນເພັງເດືອນຈຽງ

(VOVWORLD) - ເລື່ອງຂໍພາວະນາຄວາມສະຫງົບສຸກໃນວັນຕົ້ນປີໃໝ່ເປັນຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.

ຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ ພາວະນາຂໍຄວາມສະຫງົບສຸກໃນບຸນເຕັດວັນເພັງເດືອນຈຽງ - ảnh 1 ບຸນວັນເພັງເດືອນຈຽງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ

(ພາບ: Hữu Bình - Văn Huy/VOV Praha)

 ເນື່ອງໃນໂອກາດບຸນວັນເພັງເດືອນຈຽງ, ວັນທີ 11 ມີນາ (ກົງກັບວັນທີ 19 ເດືອນຈຽງ ປີຈໍ), ພະສົງສຳມະເນນຢູ່ Praha, ສ. ເຊັກໂກ ແລະ ບັນດາເຂດອ້ອມຂ້າງ 200 ກ່ວາຄົນເຂົ້າຮ່ວມງານບຸນ ເທື້ອງງວຽນ, ເຊິ່ງໄດ້ຈັດຕັ້ງຢູ່ສູນການຄ້າ ຊາປາ, ນະຄອນຫລວງ Praha, ເພື່ອພາວະນາຂໍໃຫ້ປະຊາຊົນ ແລະ ປະເທດຊາດມີຄວາມສະຫງົບສຸກ…

        ເລື່ອງຂໍພາວະນາຄວາມສະຫງົບສຸກໃນວັນຕົ້ນປີໃໝ່ເປັນຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ໂດຍເປັນຜູ້ທີ່ດຳລົງຊີວິດຢູ່ຫ່າງໄກກັບບ້ານເກີດເມືອງນອນເປັນເວລາເກືອບ 20 ປີ, ແມ່ຕູ້ ຫງວຽນທິແທງເຮືອງ, ອາຍຸ 83 ປີ, ໃຫ້ຮູ້ວ່າ:

        “ງານບຸນ ເທື້ອງງວຽນ ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນມູນເຊື້ອວັດທະນະທຳຂອງຊາດ ເຊິ່ງລຸ້ນກ່ອນໄດ້ປະໄວ້ໃຫ້. ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ, ແຕ່ວ່າສະມາຄົມພຸດທະສາສະໜາ ຢູ່ ສ. ເຊັກໂກ ກໍ່ຍັງຈັດຕັ້ງວັນບຸນນີ້ບໍ່ພຽງແຕ່ເພື່ອໃຫ້ລຸ້ນຄົນຄືພວກຂ້າພະເຈົ້າເທົ່ານັ້ນ ຫາກຍັງໃຫ້ລຸ້ນລູກລຸ້ນຫຼານຍາມໃດກໍ່ຄິດເຖິງກົກເຄົ້າເຫງົ້າກໍ, ຄິດເຖິງພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ