ຊາວ​ກະ​ສິ​ກອນ ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເຂດ​ຊາຍ​ແດ​ນ ສ.ເຊັກ​ໂກ ແລະ ສະໂລວາ​ກີ

(VOVWORLD) - ການແຫ່ຂະບວນປະທ້ວງ ໂດຍຫ້ອງການກະສິກຳ ສ.ເຊັກໂກ ປຸກລະດົມ ແລະ ຮຽກຮ້ອງບັນດາອົງການຈັດຕັ້ງກະສິກຳອື່ນໆຢູ່ ເອີລົບກາງ ພ້ອມກັນເຂົ້າຮ່ວມ. 
ຊາວ​ກະ​ສິ​ກອນ ແຫ່​ຂະ​ບວນປະ​ທ້ວງ​ຢູ່​ເຂດ​ຊາຍ​ແດ​ນ ສ.ເຊັກ​ໂກ ແລະ ສະໂລວາ​ກີ - ảnh 1ຊາວກະສິກອນ ແຫ່ຂະບວນປະທ້ວງຢູ່ເຂດຊາຍແດນ ສ.ເຊັກໂກ (ພາບ: TTXVN)

ວັນທີ 22 ກຸມພາ, ຊາວກະສິກອນ ສ.ເຊັກໂກ, ສະໂລວາກີ ແລະ ປະເທດອື່ນໆ ຢູ່ເຂດເອີລົບກາງ ໄດ້ແຫ່ຂະບວນປະທ້ວງ ແລະ ປິດກັ້ນດ່ານຊາຍແດນບາງແຫ່ງຢູ່ເຂດຊາຍແດນ ສ.ເຊັກໂກ, ເພື່ອແນໃສ່ຄັດຄ້ານສະພາບການແກ້ງແຍ້ງທີ່ບໍ່ມີຄວາມຍຸຕິທຳ ແລະ ຖືວ່າ ສະຫະພາບ ເອີລົບ ຕ້ອງມີການປ່ຽນແປງກ່ຽວກັບນະໂຍບາຍກະສິກຳ

ການແຫ່ຂະບວນປະທ້ວງ ໂດຍຫ້ອງການກະສິກຳ ສ.ເຊັກໂກ ປຸກລະດົມ ແລະ ຮຽກຮ້ອງບັນດາອົງການຈັດຕັ້ງກະສິກຳອື່ນໆຢູ່ ເອີລົບກາງ ພ້ອມກັນເຂົ້າຮ່ວມ. ໃນຖະແຫຼງການລວມກັບບັນດາອົງການກະສິກຳ ຫຼັກແຫຼ່ງຂອງບັນດາປະເທດອື່ນໆ, ຫ້ອງການກະສິກຳ ສ.ເຊັກໂກ ຖືວ່າ ການແຫ່ປະທ້ວງຂອງຊາວກະສິກອນ ໃນທົ່ວເອີລົບສະແດງໃຫ້ເຫັນຄວາມຈຳເປັນໃນການປັບປຸງບັນດາມາດຕາຂອງນະໂຍບາຍກະສິກຳລວມ EU. ຖະແຫຼງການກໍ່ຢັ້ງຢືນໜ້າທີ່ແຖວໜ້າຂອງກະສິກຳຍັງແມ່ນ ຕ້ອງຮັບປະກັນການຄ້ຳປະກັນດ້ານສະບຽງອາຫານ, ຜະລິດອາຫານທີ່ມີຄຸນນະພາບ ແລະ ປອດສານພິດ, ພ້ອມທັງຮັກສາ ໄດ້ຄວາມອາດສາມາດ ດ້ານເສດຖະກິດຂອງປະຊາຊົນຢ່າງໝັ້ນແກ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ