ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ,ສ.ເຊັກ ເດີນຂະບວນຄັດຄ້ານຈີນ

ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ,ສ.ເຊັກ ເດີນຂະບວນຄັດຄ້ານຈີນ - ảnh 1
(ຊາວ​ຫວຽດນາມ ​ອາ​​ໄສຢູ່​ຍີ່ປຸ່ນ ​ເດີນ​ຂະ​ບວນຄັດຄ້ານ​ຈີນ)

(vovworld) –  ວັນ​ທີ 15/26, ຢູ່ນະຄອນ Fukuoka, ປະ​ເທດ​ຍີ່ປຸ່ນ, ມີ​ຊາວ​ຫວຽດນາມ ປະມານ 200 ຄົນ​ທີ່​ພວມ​ດຳລົງ​ຊີວິດ, ຮໍ່າຮຽນ ​ແລະ ​ເຮັດ​ວຽກ​ຢູ່​ທີ່​ນີ້ ພ້ອມ​ກັບ​ຊາວ​ຍີ່ປຸ່ນ ທີ່​ຮັກຫອມ​ສັນຕິພາບ ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນ​ເພື່ອຄັດ​ຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຄະນະ​ໄດ້​​ເດີນຂະ​ບວນຕາມ​ຖະໜົນສາຍ​ຕ່າງໆ ​ແລະ ​ໂຮ່ຮ້ອງ​​ຄຳ​ຂວັນ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ເຄົາລົບ​ກົດໝາຍ​ສາກົນ.

ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ສ.ເຢຍລະ​ມັນ ​ແລະ ​ສ.ເຊັກ​ສືບ​ຕໍ່​ຄັດຄ້ານ​ຈີນ

 ​ວັນ​ທີ 15/6, ຢູ່​ນະຄອນຫຼວງ​ແບກ​ລິນ, ປະ​ເທດ ສ.​ເຢຍລະ​ມັນ, ຊາວ ຫວຽດນາມ ​ຢູ່​ເຢຍລະ​ມັນ ປະມານ 7000 ຄົນ ​ແລະ ​ເພື່ອນ​ມິດສາ​ກົນ​ໄດ້​ເຂົ້າຮ່ວມ​ການ​​ແຫ່​ຂະ​ບວນປະ​ທ້ວງຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ນີ້​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງຄັດຄ້ານ​ຈີນ​ ​ເປັນຄັ້ງທີ 3 ຢູ່​ແບກ​ລິນ ​ແລະ ​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍກ່ວາ​ໝູ່​ຢູ່​ເຢຍລະ​ມັນ ນັບ​ແຕ່ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

  ​ໃນ​ວັນ​ດຽວ​ກັນ, ປະຊາ​ຄົມ​ຊາ​ວຄຼິດຫວຽດນາມ ຢູ່​ນະ​ຄອນ Teblice ສົມທົບ​ກັບ ປະຊາ​ຄົມ​ຊາ​ວຄຼິດຫວຽດນາມ ຢູ່​ ສ.​ເຊັກ ​ໄດ້​ຈັດຕັ້ງການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ພາວະນາ​ຂໍ​ຄວາມ​ສັນຕິພາບ​ໃຫ້​ແກ່​ບ້ານ​ເກີດ​ເມືອ​ງນອນ ​ແລະ ປະ​ເທດ​ຊາດ./.

ຂ່າວ/ບົດ​ອື່ນ