ຊາວຫວຽດນາມອາໄສ ຢູ່ກຳປູເຈຍ ກະກຽມຕ້ອນຮັບ ບຸນເຕັດ

ຊາວຫວຽດນາມອາໄສ ຢູ່ກຳປູເຈຍ ກະກຽມຕ້ອນຮັບ ບຸນເຕັດ - ảnh 1
ຊາວ​ຫວຽດນາມ​ອາ​ໄສ​ຢູ່ເຂດ​ທະ​ເລ​ນ້ຳ​ຈືດ​ ກຳປູເຈຍ ພວມ
ຫ້າງ​ຫາ​ກະກຽມ​ຕ້ອນຮັບ​ບຸນປີໃໝ່ ປະຈຳຊາດ ຫວຽດນາມ

Vovworld- ພ້ອມ​ກັບ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ປະ​ເທດຕ່າງ​ໆ​ໃນ​ໂລກ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ກຳປູ​ເຈຍ​ໃນ​ຊຸ​ມມື້​ນີ້, ກໍ​ພວມ​ຟົດ​ຟື້ນ​ມ່ວນ​ຊື່ນ ຫ້າງ​ຫາ​ກະກຽມ​ຕ້ອນຮັບ​ປີ​ໃໝ່​ຕາມ​ປະ​ເພນີ ບຸນປີໃໝ່ ປະຈຳຊາດ ຫວຽດນາມ. ​ໃນ​ປີຜ່ານມາ, ຍ້ອນ​ມີ​ນະ​ໂຍບາຍ​ຂອງ​ລັດຖະບານ​ແຫ່ງ​ລາຊະ​ອານາຈັກ​ ກຳປູ​ເຈຍ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຊົນ​ໄດ້​ຈັບ​ຫາ​ສິນ​ໃນ​ນ້ຳ, ດັ່ງ​ນັ້ນໍ​ຊີ​ວິດ​ການ​ເປັນ​ຢູ່​ຊອງ​ຊາວ​ປະມົງ​ເຂດ​ທະ​ເລ​ນ້ຳ​ຈືດ​ເວົ້າ​ລວມ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ. ​ເພາະສະ​ນັ້ນ, ບັນຍາກາດ​ກະກຽມ ຕ້ອນຮັບ​ບຸນ​ເຕັດ​ຂອງ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນີ້​ຍິ່ງ​ຄຶກຄື້ນ​ມ່ວນ​ຊື່ນ​ກ່ວາ​ທຸກໆ​ປີ​ກ່ອນ. ​ປ້າ​ ຫງວຽນ​ທິຍາງ ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ໃຫ້​ຮູ້​ວ່າ :
 “ ທຳ​ມາ​ຄ້າຂາຍ​ໄດ້​ດີ, ການ ຕ້ອນຮັບ​ບຸນ​ເຕັດ​ກໍ​ຍິ່ງ​ມ່ວນ​ຊື່ນ. ທຸກ​ຄົນໆ​ຢູ່​ນີ້​ກໍ​ແຂງ​ແຮງ​ດີ​. ​ໃນ​ຊຸມ​ວັນ​ນີ້, ພໍ່​ແມ່​ພີ​ນ້ອງ​ທຳ​ມາ​ຄ້າຂາຍ​ໄດ້​ດີ, ມີ​ລາຍ​​ໄດ້, ​ເຂົາ​ເຈົ້າ​ກໍ​ມາ​ຊື້​ເຄື່ອງ​ຂອງ​ເຮົາ ”

   ກ່ຽວ​ກັບ​ການຈັດ​ພິທີ ຕ້ອນຮັບ​ບຸນ​ເຕັດຂອງ​ຊາວ​ຫວຽດນາມ​ຢູ່​ເຂດ​ທະ​ເລ​ນ້ຳ​ຈືດ ກຳປູ​ເຈຍ, ທ່ານ ບຸ​ຍວັນ​ແບ້ ປະທານ​ສະມາຄົມ ຊາວກຳປູ​ເຈຍ​ເຊື້ອ​ຊາດ ​ຫວຽດນາມ​ ​ແຂວງ ກຳ​ປົງ​ຈະ​ນາງ ​ໃຫ້​ຮູ້​ວ່າ: 

    “ ພໍ່​ແມ່​ພີ​ນ້ອງ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນີ້ ກະກຽມຕ້ອນຮັບ​ບຸນ​ເຕັດ ​ເຖິງ​ວ່າ​ດ້ວຍ​ຂອບ​ຂະໜາດບໍ່​ໃຫຍ່​ປານ​ໃດ​ກໍ​ຕາມ​, ​ແຕ່​ພໍ່​ແມ່​ພີ​ນ້ອງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮັກສາ​ສີສັນ​ຊາດ​ຕາມ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ. ​ເຖິງ​ວ່າ​ຢູ່​ແຫ່ງ​ໃດ​, ດ້ວຍຂອບ​ຂະໜາດນ້ອຍ​ຫຼື​ໃຫຍ່ ກໍ​ຕາມ, ​ແຕ່ພໍ່​ແມ່​ພີ​ນ້ອງມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ຄອບຄົວ ​ແລະ ລະຫວ່າງ​ບັນດາ​ຄອບຄົວ​ດ້ວຍ​ກັນ ”

    

ຂ່າວ/ບົດ​ອື່ນ