ຊາວຫວຽດນາມອາໄສ ຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ


ຊາວຫວຽດນາມອາໄສ ຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ - ảnh 1
(ພາບ:vov
)

(vovworld)- ຕອນຄ່ຳວັນ​ທີ 27/1, ສະຖານທູດ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ​ແລະ ສະມາຄົມ​ນັກທຸລະກິດ​ຫວຽດນາມ ປະຈຳ ຢູ​ແກຼນ ​ໄດ້​ຈັດ​ພິທີອວຍພອນລະດູບານໃໝ່, ປີມະເມຍ 2014 ໂດຍມີການເຂົ້າຮ່ວມຂອງ ປຊຊ ຫວຽດນາມ ອາໄສຢູ່ ຢູ​ແກຼນ ​ແລະ ​​ເພື່ອນມິດ​ຢູ​ແກຼນ ນັບ​ຮ້ອຍ​ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ມິ​ງຈິ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢູ​ແກຼນ ຢືນຢັນ​ວ່າ:

   “​ພັກ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ວ່າ: ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກສ່ວນ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ແຫ່ງ​ຊາດ​ໄດ້. ບົນ​ພື້ນຖານ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ ຊາບ​ຊືມມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງ, ສະຖານທູດ​ຫວຽດນາມ ປະຈຳ ຢູ​ແກຼນ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ອຳ​ນວນ​ຄວາມ​ສະດວກ​ເພື່ອ​ໜູນ​ຊ່ວຍ ປຊຊ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກກະ​ຕິ, ບັນລຸ​ຜົນງານ​ທີ່​ດີ​ທີ່​ສຸດ​ໃນ​ການ​ປະຕິບັດ​ງານ, ຮ່ຳຮຽນ ​ແລະ ອອກ​​ແຮ​ງງານ.

   ກ່ອນ​ໜ້ານັ້ນ, ​ໃນຕອນຄ່ຳວັນ​ທີ 26/1, ສະຖານທູ​ດຫວຽດນາມ ​ແລະ ສະມາຄົມຊາວ​ຫວຽດນາມອາ​ໄສ​ຢູ່ ຣູມມາ​ນີ ​ໄດ້​ຈັດການ​ຕ້ອນຮັບລະດູບານໃໝ່, ປີມະເມຍ 2014. ກ່າວ​ຄຳ​ເຫັນ​ອວຍພອນ ປຊຊ , ທ່ານ​​ເອກ​ອັກຄະ​ລັດຖະທູດ ເຈິ່ນຊວນຖູ​ຍ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຂອງ​ປະຊາ​ຄົມຊາວ​ຫວຽດນາມ ອາ​ໄສ​ຢູ່ ຣູມມາ​ນີ ທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ. ​ໃນ​ໂອກາດ​ນີ້, ທ່ານ​​ເອກ​ອັກຄະ​ລັດຖະທູດເຈິ່ນຊວນຖູ​ຍ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ​ໃຫ້​ແກ່ 10 ຄົນ​ໃນປະຊາ​ຄົມຊາວ​ຫວຽດນາມອາ​ໄສ​ຢູ່ ຣູມມາ​ນີ ຊື່​ງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ການ​ປັບປຸງ, ພັດທະນາ​ປະຊາ​ຄົມ ​ແລະ ຕອບ​ສະໜອງ​ບັນດາ​ການ​ເຄື່ອນ​ໄຫວອ່ວຍ​ເມືອ​ຫາ​ປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ./.

ຂ່າວ/ບົດ​ອື່ນ