ຊາວຫວຽດນາມອາໄສຢູ່ຕ່າງປະເທດຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນພົນເອກຫວໍງວຽນຢາບ

ຊາວຫວຽດນາມອາໄສຢູ່ຕ່າງປະເທດຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນພົນເອກຫວໍງວຽນຢາບ - ảnh 1
ສຸສານພົນເອກ ຫວໍງວຽນຢາບ
(ພາບ: TTXVN)

(vovworld) – ​ໃນ​ການ​ເດີນທາງ​ເຂົ້າ​ຮ່ວມ​ງານ​ບຸນ​ໄຫ​ວ້ບູຊາ​ເຈົ້າ​ຊີວິດ ຮູ່ງ, ວັນ​ທີ 9/4, ຊາວ ຫວຽດນາມ​ອາ​ໄສ​ຢູ່​​ 20 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກກ່ວາ 40 ຄົນ ​ໄດ້​ໄປ​ຢ້ຽມຢາມ ຫວູງ​ຈົ່ວ - ​ເກາະ ອ໋ຽນ (​ເມືອງ ກວາງ​ແຈກ, ​ແຂວງ ກວາງ​ບີ່​ງ), ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ພົນ​ເອກ ຫວໍ​ງວຽນ​ຢາຍ. ທຸກ​ຄົນ​ຕ່າງ​ກໍ່​ຮູ້ສຶກ​ສະ​ເທື່ອນ​ໃຈ​ເມື່ອ​ຖະຫວາຍທູບ​ທຽນ​ຢູ່​ສຸສານ​ຂອງ​ພົນ​ເອກ​ກອງທັບ​ປະຊາຊົນ ຫວຽດນາມ, ລູກສິດ​ຜູ້​ດີ​ເດັ່ນ​ຂອງ​ບ້ານ​ເກີດ​​ເມືອງ​ນອນ ກວາງ​ບີ່​ງ ​ແລະ ປະ​ເທດ ຫວຽດນາມ ດ້ວຍ​ຄວາມ​ເຄົາລົບ.

    ທ່ານ ດິງ​ເວື​ອງຕິ້, ອາຍຸ 74 ປີ, ຊາວ ຫວຽດນາມ ອາ​ໄສ​ຢູ່ ​ໄທ, ​ແບ່ງປັນ​ວ່າ: “​ເມື່ອ​ດຳລົງ​ຊີວິດ​ຢູ່ ​ໄທ, ຂ້າພະ​ເຈົ້າ​​ໄດ້​ຮັບ​ຂ່າວ​ພົນ​ເອກ ຫວໍ​ງວຽນ​ຢາບ ​ເຖິງ​ແກ່​ມໍລະນະ​ກຳ, ​ແຕ່ຄາວ​ນັ້ນ, ຂ້າພະ​ເຈົ້າ​ບໍ່ມີ​ໂອກາດກັບ​ເມືອ​ປະ​ເທດ​ເພື່​ໄຫ​ວ້​ອາ​ໄລ​​ເພີ່ນ​. ຂ້າພະ​ເຈົ້າ​ເຫງົາ ​ແລະ ຮູ້ສຶກ​ເສຍດາຍ​ທີ່​ສຸດ. ມື້​ນີ້, ຂ້າພະ​ເຈົ້າມາ​ຈູດ​ໄດ້​ທູບ​ທຽນອາ​ໄລ​ຫາ​ພົນ​ເອກ​ຢູ່​ສຸສານ​ຂອງ​​ເພີ່ນ, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ. ຂ້າພະ​ເຈົ້າ​ຈະ​ເລົົ່າ​ເລື່ອງ ​ແລະ ສຶກ​ໃຫ້ສາ​ລູກ​ຫຼານ​ຂອງ​ຕົນ​ຍາມ​ໃດ​ກໍ່​ຕ້ອງ​ຈົດ​ຈຳ​ບຸນຄຸນ​ຂອງ​ບັນພະບຸລຸດ, ບັນດານັກ​ວິລະ​ຊົນ​ຂອງ​ຊາດ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ກົກ​ເຄົ້າ​ເຫົງາ​ກໍ່​ຂອງ​ຕົນ.”


ຂ່າວ/ບົດ​ອື່ນ