ຊາວຫວຽດນາມອາໄສຢູ່ຝຣັ່ງຈັດຕັ້ງພິທີຕ້ອນຮັບລະດູບານໃໝ່

ຊາວຫວຽດນາມອາໄສຢູ່ຝຣັ່ງຈັດຕັ້ງພິທີຕ້ອນຮັບລະດູບານໃໝ່ - ảnh 1
ລາຍການສະແດງສິລະປະໃນພິທີ

(vovworld) – ວັນ​ທີ 15/2, ຢູ່​ສຳນັກງານ​ຂອງ​ອົງການ​ວັດທະນະທຳ, ວິທະຍາສາດ ​ແລະ ສຶກສາ ສະຫະ​ປະຊາ​ຊາດ (UNESCO) ຢູ່​ນະຄອນຫຼວງ ປາຣີ, ສະມາຄົມ​ຊາວ ຫວຽດນາມ ຢູ່ ຝຮັ່ງ​ ຈັດ​ຕັ້ງພິທີ​ຕ້ອນຮັບ​ປີ​ໃໝ່ປີ​ມະ​ເມຍ 2014. ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່ວາງ​ຕ໋ວນ​ແອ​ງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ໂອ້​ລົມ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ. ທີ່​ພິທີ, ທ່າ​ນ​ເລຂາທິການ​ໃຫຍ່ ພ້ອມ​ກັບ​ຄະນະ​ບໍລິຫານ​ງານ​ຊຸດ​ໃໝ່​ຂອງ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຝຣັ່ງ ​​ແລະ ຝາກ​ຄຳ​ອວຍພອນ​ປີ​ໃໝ່​ທີ່​ດີງາມ​ເຖິງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ​ແລະ ​ເພື່ອນ​ມິດ​ຟຣັ່ງ ຫຼາຍ​ຄົນ. ທ່ານ Herry ດັ້ງ, ຮັບ​ຜິດ​ຊອບ​ການ​ຕ່າງປະ​ເທດ​ຂອງ​ສະມາຄົມ​ຊາວ ຫວຽດນາມ ຢູ່ ຟຣັ່ງ, ​ໃຫ້​ຮູ້​ວ່າ:

    “ປີ 2013 ​ແມ່ນປີ​ທີ່​ເປັນ​ຂີດ​ໝາຍ​ຂີດ​ໝາຍ​ຍ້ອນ 2 ປະ​ເທດ​ໄດ້​ເຊັນ​ຂໍ້​ຕົກລົງ​ການ​ພົວພັນຮ່ວມ​ມືຍຸດ​ທະ​ສາດ ​ແລະ ປີ ຝຣັ່ງ ຢູ່ ຫວຽດນາມ, ​ກໍ່​ຄືເຫັນ​ປະຈັກ​ຕາ​ຜົນງານ​ຫຼາຍ​ຢ່າງຂອງ​ການ​ພົວພັນ ຫວຽດນາມ, ຝຣັ່ງ ​ແລະ ​ໃນປີ 2014 ນີ້ ຈະ​​ເຫັນ​ປະຈັກ​ຕາ​ບາດກ້າວ​ໃໝ່​ດ້ວຍ ປີ​ຫວຽດນາມ ຢູ່ ຝຣັ່ງ ທີ່​ຫາ​ກໍ່​ຈັດ​ພິທີ​ໄຂ​ຂຶ້ນ. ປີ​ກາຍ, ຫວຽດນາມ ບັນລຸ​ໄດ້​ຫຼາຍ​ບາດກ້າວ​ເປັນ​ໜ້າ​ຊື່ນ​ຊົມ ​ແລະ ປະຊາ​ຄົມ ຊາວ ຫວຽດນາມ ຢູ່ ຝຣັ່ງ ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່ປະ​ເທດ​ຂອງ​ຕົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພວກ​ຂ້າພະ​ເຈົ້າ​ກໍ່​ແບ່ງປັນ​ບັນດາ​ສິ່ງທ້າ​ທາຍ​ທີ່​ວາງ​ອອກ​ໃຫ້​ແກ່​ປະ​ເທດ​ຊາດ ​ເພື່ອ​ໃຫ້ປະຊາ​ຄົມຊາວ​ຫວຽດນາມ ຢູ່ ຝຣັ່ງ ຮຽງ​ບ່າ​ຮຽງ​ໄຫຼ່ ສາມັກ​ຄີ​ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຜ່ານ​ຜ່າ​ການ​ທ້າ​ທາຍ​ນັ້ນ”

ຂ່າວ/ບົດ​ອື່ນ