ຊາວຫວຽດນາມອາໄສຢູ່ຫລາຍປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ

ຊາວຫວຽດນາມອາໄສຢູ່ຫລາຍປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ - ảnh 1
ຊາວຫວຽດນາມອາໄສຢູ່ ອີຕາລີ ຕ້ອນຮັບບຸນເຕັດ
ພາບ:tinnhanh.com

(vovworld)-  ​ໃນ​ໂອກາດ​ບຸນ​ເຕັດ, ລະ​ດູ​ບານ​ໃຫມ່​ວຽນມາ, ສະຖານທູດ​ຫວຽດນາມ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ປະ​ເທດ​ປະຈຳ​ຖິ່ນ. ຕອນ​ບ່າຍ​ວັນ​ທີ 25/1 ຢູ່ ປັກ​ກີ່​ງ ປະ​ເທດ​ຈີນ, ສະຖານທູດ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ປັກ​ກີ່​ງ ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ ​ເພື່ອ​ເພີ່ມ​ທະວີ​ຄວາ​ມສາມັກຄີ ​ແລະ ປະສານ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ສະຖານທູດ​ສອງ​ປະ​ເທດ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ເມຍ. ທົບ​ທວນຄືນ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ໃນ​ປີຜ່ານມາ, ທ່ານ ​ຫງວຽນ​ວັນ​ເທີ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ປັກ​ກີ່​ງ ຖື​ວ່າ:

        “ພວກ​ເຮົາ​ມີ​ພື້ນຖານ​ຢ່າງ​ພຽງພໍ​ເພື່ອ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໃນ​ໄລຍະ​ຈະ​ມາ​ເຖິງ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ທຸກ​ຂົງ​ເຂດ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ສະຖານທູດ​ສອງ​ປະ​ເທດ​ພວກ​ເຮົາ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ສະຫນິດ​ຕິດ​ພັນ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ.”

        ​ໃນ​ວັນ​ດຽວ​ກັນ, ສະຖານທູດ ຫວຽດນາມ ປະຈຳ​ຍີ່​ປຸ່ນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ໃຫ້​ແກ່​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ປະ​ເທດ​ນີ້ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 200 ຄົນ.

ຂ່າວ/ບົດ​ອື່ນ