ຊາວຫວຽດນາມອາໄສຢູ່ອົດສະຕາລີ ແລະ New Caledonia ຮັກສາສີສັນວັດທະນະທຳຊາດຫວຽດນາມ

ຊາວຫວຽດນາມອາໄສຢູ່ອົດສະຕາລີ ແລະ New Caledonia ຮັກສາສີສັນວັດທະນະທຳຊາດຫວຽດນາມ - ảnh 1
​ຄະນະ​ໄດ້​ພົບ​ປະ, ​ແລກປ່ຽນ​ກັບ
​ບາງ​ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ Sydney
(ພາບ: Vietnam+)


(vovworld) –  ​ໃນ​ລະຫວ່າງ​ວັນ​ທີ 29/10 – 01/11, ຄະນະ​ປະ​ຕິ​ບັດ​ງານ​ໂດ​ຍທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​, ປະທານ​ຄະນະ​ກຳມະການ​​ແຫ່ງ​ລັດ​ກ່ຽວກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຫວູຮົ່ງນາມ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ອົດ​ສະ​ຕາ​ລີ ​ເພື່ອ​ຊອກ​ຮູ້​ການ​ສ້າງ​ຕັ້ງ​ປະຊາ​ຄົມຊາວ​ຫວຽດນາມ ຢູ່​ທີ່​ນີ້. ​ໃນ​ໄລຍະ​ຢູ່​ຢ້ຽມ​ຢາມອົດ​ສະ​ຕາ​ລີ, ທ່ານ ຫວູຮົ່ງນາມ ​ໄດ​​້ມີ​ການ​ເຮັດ​ວຽກ​ຢູ່​ສະຖານທູດ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ​ແລະ ສະຖານກົງ​ສູງ​ຫວຽດນາມ ປະ​ຈຳ Sydney ກ່ຽວ​ກັບ​ສະພາບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ. ຄະນະ​ຜູ້​ແທນ​ໄດ້​ໄປ​ເຖິງ​ເຂດ Cabramatta ຢູ່​ຊານ​ນະຄອນ Sydney, ​ເຊິ່ງ​ແມ່ນ​ເຂດ​ມີ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ທີ​ນີ້​ຫຼາຍ​ກວ່າ​ໝູ່ຄືປະມານ 40.000 ຄົນ, ​ຄະນະ​ໄດ້​ພົບ​ປະ, ​ແລກປ່ຽນ​ກັບ​ບາງ​ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ Sydney. ທີ່​ກາ​ນພົບ​ປະ ​ແລະ ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ທ່ານ ຫວູຮົ່ງນາມ ປາດ​ຖະໜາ​ວ່າ, ຍາມ​​ໃດປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອົດສະຕາ​ລີ ກໍ​ສາມັກຄີ​, ໜູນ​ຊ່ວຍ​ເຊິ່ງກັນ​ແລະ​ກັນ, ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ, ພ້ອມ​ທັງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ.

ຂ່າວ/ບົດ​ອື່ນ